lo_tn/psa/079/004.md

3.2 KiB

ພວກ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ກາຍ​ເປັນ​ທີ່​ຫມິ່ນປະຫມາດ​ສຳ​ລັບ​ເພື່ອນ​ບ້ານ, ​ເປັນ​ທີ່​ຖືກ​ຫົວ​ຂວັນ​ ແລະ​ຫຍໍ້​ຫຍັນ​ແກ່​ບັນ​ດາ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ຂ້າ​ນ້ອຍ​ທັງ​ຫລາຍ

ຄຳເວົ້າທີ່ "ຫມິ່ນປະຫມາດ​", "​ຖືກ​ຫົວ​ຂວັນ," ແລະ "​ຫຍໍ້​ຫຍັນ​" ແມ່ນຄຳສັບຄ້າຍຄືຄຳສັບສຳລັບຜູ້ທີ່ຄົນອື່ນຕຳຫນິ, ເຢາະເຢີ້ຍ, ແລະ​ຫຍໍ້​ຫຍັນ​. ອາດແປໄດ້ອີກວ່າ: "ພວກເຮົາໄດ້ກາຍເປັນຄົນທີ່ເພື່ອນບ້ານຂອງພວກເຮົາດູຖູກ; ຜູ້ທີ່ຢູ່ອ້ອມຮອບພວກເຮົາເຢາະເຢີ້ຍ ແລະ​ຫຍໍ້​ຫຍັນ​ພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ກາຍ​ເປັນ

ຄຳນາມວ່າ "ພວກເຮົາ" ຫມາຍເຖິງປະຊາຊົນຂອງພຣະເຈົ້າ.

​ຫຍໍ້​ຫຍັນ​

ຫົວຂວັນຢ່າງແຮງທີ່ຈະບຸກຄົນໃດຫນຶ່ງລະອາຍ.

ຄວາມ​ໂກດຮ້າຍ​ເພາະ​ຄວາມ​ຫວງ​ແຫນ​ຂອງ​ພ​ຣະ​ອົງ​ຈະ​ໄຫມ້​ດັ່ງ​ໄຟ​ໄປ​ອີກ​ດົນ​ເທົ່າ​ໃດ?

ນີ້ສາມາດແປເປັນຄຳຖະແຫລງ. ອາດແປໄດ້ອີກວ່າ: "ມັນເບິ່ງຄືວ່າຄວາມໂກດແຄ້ນຂອງພຣະເຈົ້າຈະບໍ່ຢຸດຢູ່ຄືກັບໄຟ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຄວາມ​ໂກດຮ້າຍ​ເພາະ​ຄວາມ​ຫວງ​ແຫນ​ຂອງ​ພ​ຣະ​ອົງ​ຈະ​ໄຫມ້​

ຄຳເວົ້າທີ່ວ່າ "ຄວາມໂກດຮ້າຍ" ເວົ້າເຖິງພຣະເຈົ້າທີ່ຫວງແຫນ ແລະ ໂກດແຄ້ນ. ອາດແປໄດ້ອີກວ່າ: "ພຣະອົງຈະອິດສາ ແລະໂກດຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ໄຫມ້​ດັ່ງ​ໄຟ​

ຕົວຢ່າງນີ້ປຽບທຽບການສະແດງອອກຈາກຄວາມໂກດແຄ້ນຂອງພຣະເຈົ້າກັບໄຟທີ່ທຳລາຍສິ່ງຕ່າງໆ. ອາດແປໄດ້ອີກວ່າ: "ທຳລາຍພວກເຮົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-explicit]])