lo_tn/psa/078/062.md

2.6 KiB

ຂໍ້​ມູນ​ທົ່ວ​ໄປ:

ນັກຂຽນສືບຕໍ່ພັນລະນາເຖິງສິ່ງທີ່ພຣະເຈົ້າໄດ້ກະທຳສຳລັບຊາວອິດສະຣາເອນ.

ພ​ຣະ​ອົງ​ໄດ້​ຊົງ​ມອບ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ດາບ

ອາສາບເວົ້າກ່ຽວກັບປະຊາຊົນຂອງພຣະເຈົ້າຄືກັບວ່າພວກເຂົາເປັນວັດຖຸນ້ອຍໆທີ່ພຣະເຈົ້າຈະປະທານໃຫ້ເປັນຂອງຂວັນ, ແລະ ດາບ, ຄຳປຽບທຽບສຳລັບຄວາມຕາຍໃນສົງຄາມ, ຄືກັບວ່າມັນເປັນບຸກຄົນທີ່ສາມາດໄດ້ຮັບຂອງຂວັນ. ອາດແປໄດ້ອີກວ່າ: "ພຣະອົງຍອມໃຫ້ຜູ້ຄົນຂ້າປະຊາຊົນພຣະອົງທຸກຄົນໃນສົງຄາມ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-personification]] ແລະ rc://*/ta/man/translate/figs-metonymy)

​ພ​ຣະ​ອົງ​ໄດ້​ຊົງ​ກິ້ວ​ກາດ​ຕໍ່​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ

"ພຣະອົງໃຈຮ້າຍກັບຄົນທີ່ພຣະອົງເວົ້າວ່າຈະເປັນຂອງພຣະອົງຕະຫລອດໄປ"

ໄຟ​ໄດ້​ເຜົາຜານ​ບັນ​ດາ​ຄົນ​ຫນຸ່ມ​ໆຂອງ​ພວກ​ເຂົາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ສັດຕູໄດ້ໃຊ້ໄຟເພື່ອຂ້າຊາຍຫນຸ່ມທັງຫມົດຂອງພວກເຂົາ" ຫລື 2) "ຊາຍຫນຸ່ມຂອງພວກເຂົາໄດ້ເສຍຊີວິດໃນການສູ້ຮົບຢ່າງໄວວາຄືກັບໄຟລຸກໄຫມ້ຫຍ້າແຫ້ງ." ຢ່າສື່ສານວ່າຄົນເຫລົ່ານີ້ໃຊ້ປືນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຜົາຜານ

ເພື່ອ "ເຜົາຜານ" ແມ່ນການກິນທຸກຢ່າງໂດຍໄວ.

ແຕ່ງ​ງານ

ສະເຫລີມສະຫລອງໃນເວລາທີ່ປະຊາຊົນແຕ່ງງານ