lo_tn/psa/078/060.md

2.0 KiB

ຂໍ້​ມູນ​ທົ່ວ​ໄປ:

ນັກຂຽນສືບຕໍ່ພັນລະນາເຖິງສິ່ງທີ່ພຣະເຈົ້າໄດ້ກະທຳສຳລັບຊາວອິດສະຣາເອນ.

ພ​ຣະ​ອົງ​ໄດ້​ຊົງ​ປ່ອຍ​ໃຫ້​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ຖືກ​ຈັບ​ເປັນ​ສະ​ເລີຍ​ ແລະ​ຊົງ​ປຣະ​ທານ​ສະຫງ່າຣາສີ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ມື​ຂອງ​ສັດ​ຕຣູ

ອາສາບເວົ້າກ່ຽວກັບຄວາມເຂັ້ມແຂງ ແລ​ະ ສະຫງ່າຣາສີຂອງພຣະເຈົ້າຄືກັບວ່າພວກເຂົາເປັນວັດຖຸທາງຮ່າງກາຍທີ່ຜູ້ຄົນສາມາດຈັບ ແລະຖືໄວ້ໄດ້. ຄຳວ່າ "ຣິ​ທາ​ນຸ​ພາບ" ແລະ "ສະຫງ່າຣາສີ​" ອາດຈະເປັນຄຳເວົ້າສຳລັບຫີບແຫ່ງພັນທະສັນຍາ. ຄຳວ່າ "ມື" ແມ່ນຄຳສັບສຳລັບອຳນາດຂອງສັດຕູ. ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະອົງໄດ້ອະນຸຍາດໃຫ້ສັດຕູຂອງພຣະອົງຈັບເອົາຫີບອັນຍິ່ງໃຫຍ່ຂອງພັນທະສັນຍາຂອງພຣະອົງ; ພຣະອົງພຽງແຕ່ມອບມັນໃຫ້ພວກເຂົາເພື່ອພວກເຂົາຈະເຮັດສິ່ງທີ່ພວກເຂົາຕ້ອງການກັບມັນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])