lo_tn/psa/074/020.md

3.0 KiB

ຂໍ້​ມູນ​ທົ່ວ​ໄປ:

ອາສາບຍັງສືບຕໍ່ການຄໍ່າຄວນຂອງຕົນເພື່ອພຣະຢາເວ.

ບັນ​ດາ​ເຂດ​ແດນ​ທີ່​ມືດ​ຂ​ອງ​ແຜ່ນ​ດິນ​ເຕັມ​ໄປ​ດ້ວຍ​ບັນ​ດາ​ທີ່​ອາ​ສັຍ​ຂອງ​ຄວາມ​ຮຸນ​ແຮງ

ອາສາບເວົ້າກ່ຽວກັບ "ເຂດແດນ" ຄືກັບວ່າພວກເຂົາເປັນບ່ອນເກັບມ້ຽນຄົນຫນຶ່ງສາມາດໃສ່ "ສະຖານທີ່ແຫ່ງຄວາມຮຸນແຮງ." ອາດແປໄດ້ອີກວ່າ: "ຄົນຮຸນແຮງເຮັດສິ່ງທີ່ຊົ່ວຮ້າຍໃນບ່ອນມືດໃນແຜ່ນດິນບ່ອນທີ່ພວກເຂົາສາມາດເຮັດໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບັນ​ດາ​ເຂດ​ແດນ​ທີ່​ມືດ​ຂ​ອງ​ແຜ່ນ​ດິນ

ຄຳວ່າ "ມືດ" ອາດຈະເປັນຄຳປຽບທຽບສຳລັບສະຖານທີ່ໆມີສິ່ງທີ່ບໍ່ດີ ຫລື ສຳລັບດິນແດນທີ່ຊາວອິດສະຣາເອນໄດ້ຖືກສົ່ງໄປຢູ່ຕ່າງປະເທດ, ແຕ່ຄຳເວົ້າເຫລົ່ານີ້ຄວນແປເປັນຕົວຫນັງສືຖ້າເປັນໄປໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂໍ​ຢ່າ​ໃຫ້​ຜູ້​ທີ່​ຖືກ​ກົດ​ຂີ່​ຕ້ອງ​ກັບ​ໄປ​ດ້ວຍ​ຄວາມ​ຂາຍ​ຫນ້າ

"ຢ່າປ່ອຍໃຫ້ຄົນຊົ່ວເອົາຊະນະພວກທີ່ຖືກກົດຂີ່ຂູດຮີດ ແລະ ເຮັດໃຫ້ພວກເຂົາອັບອາຍ"

ຜູ້​ທີ່​ຖືກ​ກົດ​ຂີ່

ເຫລົ່ານີ້ແມ່ນຄົນທີ່ຖືກປະຕິບັດຢ່າງໂຫດຮ້າຍໂດຍຜູ້ທີ່ມີອຳນາດ.

ຄົນ​ຍາກ​ຈົນ ​ແລະ​ຄົນ​ຖື​ກ​ກົດ​ຂີ່​

ຄຳເວົ້າທີ່ວ່າ "ຄົນທຸກຍາກ" ແລະ "ກົດຂີ່ຂົ່ມເຫັງ" ຫມາຍຄວາມວ່າໂດຍພື້ນຖານແລ້ວສິ່ງດຽວກັນ ແລະ ເນັ້ນຫນັກວ່າພຣະຢາເວຊ່ວຍຊີວິດຫລາຍຄົນທີ່ຕ້ອງການຄວາມຊ່ວຍເຫລືອຈາກພຣະອົງ. ເບິ່ງວິທີການແປຄຳເຫລົ່ານີ້ໃນ 35:9. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)