lo_tn/psa/074/009.md

4.8 KiB

ຂໍ້​ມູນ​ທົ່ວ​ໄປ:

ອາສາບເວົ້າກັບພຣະເຈົ້າກ່ຽວກັບຄວາມພິນາດທີ່ລາວເຫັນ.

ພວກ​ເຮົາ​ບໍ່​ເຫັນ​ບັນ​ດາ​ຫມາຍ​ສຳ​ຄັນ​ທັງ​ຫລາຍ​ອີກ​ເລີຍ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພວກເຮົາບໍ່ເຫັນສັນຍະລັກທີ່ຫນ້າອັດສະຈັນອີກຕໍ່ໄປຈາກພຣະເຈົ້າ" ຫລື 2) "ສັນຍາລັກອັນສັກສິດຂອງພວກເຮົາຫມົດແລ້ວ" ຫລື 3) ຖ້າເວົ້າເຖິງທຸງ ແລະສັນຍາລັກຂອງກອງທັບ, "ກອງທັບຂອງພວກເຮົາໄດ້ຖືກທຳລາຍຫມົດແລ້ວ. "" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ຂ້າ​ແດ່​ພ​ຣະ​ເຈົ້າ, ສັດ​ຕູ​ນັ້ນ​ຈະ​ດູ​ຫມິ່ນ​ພ​ຣະ​ອົງ​ຢູ່​ດົນ​ປານ​ໃດ?

ນີ້ສາມາດແປເປັນຄຳຖະແຫລງການ. ອາດແປໄດ້ອີກວ່າ: "ພຣະເຈົ້າ, ສັດຕູໄດ້ເວົ້າໃສ່ຮ້າຍທ່ານເປັນເວລາດົນນານແລ້ວ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ສັດ​ຕຣູ​ຈະ​ຫມິ່ນປະຫມາດ​ພ​ຣະ​ນາມຊື່​ພ​ຣະ​ອົງ​ເປັ​ນ​ນິ​ດ​ບໍ່?

ນີ້ສາມາດແປເປັນຄຳຖະແຫລງການ. ອາດແປໄດ້ອີກວ່າ: "ມັນເບິ່ງຄືວ່າທ່ານຈະບໍ່ຢຸດສັດຕູຈາກການຫມິ່ນປະຫມາດຊື່ຂອງທ່ານ!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-rquestion]])

ຫມິ່ນປະຫມາດ​ພ​ຣະ​ນາມຊື່​ພ​ຣະ​ອົງ

ຄຳວ່າ "ຊື່" ແມ່ນຄຳອຸປະມາສຳລັບພຣະເຈົ້າເອງ. ອາດແປໄດ້ອີກວ່າ: "ເວົ້າວ່າພຣະອົງບໍ່ດີ" ຫລື "ດູຖູກພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ດ້ວຍເຫດໃດພ​ຣະ​ອົງ​ຈຶ່ງ​ຢັ້ງ​ມື​ຂອງ​ພ​ຣະ​ອົງ​ໄວ້ ຄື​ມື​ຂວາ​ຂອງ​ພ​ຣະ​ອົງ?

ຜູ້ຂຽນບົດເພງສັນລະເສີນກ່າວເຖິງພຣະເຈົ້າຄືກັບວ່າພຣະອົງມີຮ່າງກາຍທາງກາຍະພາບ. ນີ້ສາມາດແປເປັນຄຳຖະແຫລງ. ອາດແປໄດ້ອີກວ່າ: "ຢຸດຈັບມືຂອງເຈົ້າ, ມືຂວາຂອງເຈົ້າ!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-personification]]).

ຢັ້ງ​ມື​ຂອງ​ພ​ຣະ​ອົງ​ໄວ້

ໃນທີ່ນີ້ຄຳວ່າ "ມື" ແມ່ນຄຳອະທິບາຍສຳລັບອຳນາດ. ອາດແປໄດ້ອີກວ່າ: "ບໍ່ສະແດງອຳນາດຂອງເຈົ້າ" ຫລື "ບໍ່ໃຊ້ອຳນາດຂອງເຈົ້າເພື່ອທຳລາຍສັດຕູຂອງເຈົ້າ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-explicit]])

ມື​ຂວາ​ຂອງ​ພ​ຣະ​ອົງ

"ມືທີ່ແຂງແຮງທີ່ສຸດຂອງທ່ານ"

ຂໍ​ຍື່ນ​ມື​ຂວາ​ຂອງ​ພ​ຣະ​ອົງ​ຈາກ​ຫລັງ​ຂອງ​ພ​ຣະ​ອົງ​ແລະ​ທຳ​ລາຍ​ພວກ​ເຂົາ​ເຖີດ

ຜູ້ຂຽນບົດເພງສັນລະເສີນກ່າວເຖິງພຣະເຈົ້າຄືກັບວ່າພຣະອົງມີຮ່າງກາຍທາງກາຍຍະພາບ. "ຢຸດເຊື່ອງອຳນາດຂອງເຈົ້າ ແລະດຳເນີນການ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-personification]])