lo_tn/psa/073/013.md

3.4 KiB

ຂໍ້​ມູນ​ທົ່ວ​ໄປ:

ໃນຂໍ້13 ແລະ 14, ອາ​ສາບສືບຕໍ່ອະທິບາຍເຖິງວິທີທີ່ບາງຄັ້ງລາວຢາກຮ້ອງທຸກຕໍ່ພຣະເຈົ້າກ່ຽວກັບຜູ້ທີ່ "ອວດດີ" ແລະ "ຊົ່ວ" (73:1). ໃນຂໍ້ທີ 15 ລາວເລີ່ມເວົ້າກ່ຽວກັບສິ່ງທີ່ລາວຄິດແທ້ໆ.

ຂ້ອຍ​ມີ

ຄຳວ່າ "ຂ້ອຍ" ຫມາຍເຖິງອາ​ສາບ

​ປົກ​ປ້ອງ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​

ອາ​ສາບເວົ້າເຖິງການປົກປ້ອງຫົວໃຈຂອງລາວຄືກັບວ່າລາວກຳລັງເຝົ້າຍາມເມືອງ ຫລືອາຄານຕໍ່ຕ້ານສັດຕູ. ອາດແປໄດ້ອີກວ່າ: "ຂ້ອຍໄດ້ຮັກສາຄວາມຄິດຂອງຂ້ອຍໃຫ້ບໍລິສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໄດ້​ຊຳ​ຣະ​ມື​ຂອງ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ບໍ​ຣິສຸດ

ນັກຂຽນເວົ້າເຖິງຄວາມບໍລິສຸດຂອງລາວຄືກັບວ່າລາວໄດ້ລ້າງມືດ້ວຍຄວາມບໍລິສຸດແທນທີ່ຈະເຮັດດ້ວຍນ້ຳ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 26:6. ອາດແປໄດ້ອີກວ່າ: "ການກະທຳຂອງຂ້ອຍຍັງຄົງບໍລິສຸດ" ຫລື "ຂ້ອຍໄດ້ລ້າງມືເພື່ອສະແດງວ່າຂ້ອຍບໍ່ມີຄວາມບໍລິສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຕະ​ຫລອດ​ວັນ​ຍັງ​ຄ່ຳ

"ສະເຫມີ" ຫລື "ທຸກໆມື້"

ຂ້າ​ນ້ອຍ​ໄດ້​ຮັບ​ຄວາມ​ທຸກ​ທໍ​ຣະ​ມານ​

ຂ້າພະເຈົ້າໄດ້ຮັບຄວາມທຸກທໍລະມານ

ຂ້ານ້ອຍໄດ້ຖືກ ... ຖືກ​ຕີ​ສອນ

"ຂ້ານ້ອຍໄດ້ຖືກ ... ລົງໂທດ"

ຖ້າ​ຂ້າ​ນ້ອຍ​ໄດ້​ກ່າວ​ວ່າ, "ຂ້າ​ນ້ອຍ​ຈະ​ເວົ້າ​ເຊັ່ນ​ນີ້," ແລ້ວ​ຂ້າ​ນ້ອຍ​ກໍ​ຄົງ​ບໍ່​ໄດ້​ປ​ະ​ຕິ​ບັດ​ຕໍ່​ພວກ​ລູກ​ຊາຍ​ຂອງ​ພ​ຣະ​ອົງ​ໃນ​ຊົ່ວ​ອາ​ຍຸ​ນີ້

ສະຖານະການສົມມຸດຖານນີ້ບໍ່ໄດ້ເກີດຂຶ້ນ. ອາດແປໄດ້ອີກວ່າ: "ຂ້ານ້ອຍບໍ່ເຄີຍເວົ້າວ່າ, 'ຂ້ານ້ອຍຈະເວົ້າສິ່ງເຫລົ່ານີ້,' ດັ່ງນັ້ນຂ້ານ້ອຍບໍ່ໄດ້ທໍລະຍົດຕໍ່ລູກຫລານຂອງເຈົ້າລຸ້ນນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hypo)