lo_tn/psa/073/006.md

3.2 KiB

ຂໍ້​ມູນ​ທົ່ວ​ໄປ:

ອາ​ສາບສືບຕໍ່ພັນລະນາເຖິງວິທີທີ່ບາງຄັ້ງລາວຢາກຮ້ອງທຸກຕໍ່ພຣະເຈົ້າກ່ຽວກັບຜູ້ທີ່ "ອວດດີ" ແລະ "ຊົ່ວ" (73: 1).

ຄວາມ​ຈອງຫອງ​ຈຶ່ງ​ເປັນ​ດັ່ງ​ສາຍ​ຄໍ​ປະ​ດັບ​ຮອບ​ຄໍ​ຂອງ​ພວກ​ເຂົາ; ​ຄວາມ​ຂົ່ມ​ເຫັງ​ຄຸມ​ພວກ​ເຂົາ​ໄວ້​ຄື​ຢ່າງ​ເສື້ອ​ຄຸມ

ນີ້ຫມາຍຄວາມວ່າຄົນຊົ່ວຈະສະແດງໃຫ້ທຸກຄົນຮູ້ວ່າພວກເຂົາມີຄວາມພາກພູມໃຈ ແລະຮຸນແຮງຄືກັບວ່າພວກເຂົາໃສ່ສາຍຄໍ ຫລືເສື້ອຍາວງາມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ສາຍຄໍ ... ເສື້ອ​ຄຸມ

ນີ້ຫມາຍເຖິງສິ່ງຂອງທີ່ຄົນລວຍ ແລະຄົນສຳຄັນໃສ່.

ສາຍຄໍ

ຕ່ອງໂສ້ໂດຍປົກກະຕິໄດ້ເຮັດດ້ວຍທອງ ຫລື ເຄື່ອງປະດັບທີ່ໃສ່ໄວ້ທີ່ຄໍ

ເພາະ​ຄວາມ​ມືດບອດ​ແບບ​ນັ້ນ​ເຮັດ​ໃຫ້​ຄວາມ​ບາບ​ເຂົ້າ​ມາ

ເພາະວ່າພວກເຂົາເປັນຄືກັບຄົນຕາບອດທີ່ບໍ່ສາມາດເຫັນບ່ອນທີ່ພວກເຂົາໄປ, ພວກເຂົາກໍ່ເຮັດບາບໂດຍບໍ່ຮູ້ຕົວ. ການເປັນຄົນຕາບອດແມ່ນການປຽບທຽບສຳລັບຄົນທີ່ບໍ່ສາມາດເຫັນວ່າລາວຊົ່ວຮ້າຍປານໃດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄວາມ​ຄິດ​ຊົ່ວ​ຮ້າຍ​ທັງ​ຫລາຍ​ຜ່ານ​ເຂົ້າ​ມາ​ໃນ​ໃຈ​ພວກ​ເຂົາ

ຕໍ່ໄປນີ້ຜູ້ຂຽນບົດເພງສັນລະເສີນໄດ້ອະທິບາຍເຖິງຄວາມຄິດຂອງຜູ້ຄົນຄືກັບວ່າພວກເຂົາເປັນຄົນ. ລາວຍັງພັນລະນາເຖິງຄົນພາຍໃນຂອງຄົນຊົ່ວຮ້າຍຄືກັບວ່າພວກເຂົາເປັນຕຶກທີ່ຄົນເຫລົ່ານັ້ນສາມາດຍ່າງໄດ້. ອາດແປໄດ້ອີກວ່າ: "ໃນຕົວຕົນພາຍໃນພວກເຂົາມັກຄິດກ່ຽວກັບສິ່ງທີ່ຊົ່ວຮ້າຍຫລາຍກວ່າເກົ່າທີ່ຈະເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)