lo_tn/psa/066/010.md

3.1 KiB

​ພ​ຣະ​ອົງ​ໄດ້​ຊົງ​ນຳ​ຂ້າ​ນ້ອຍ​ທັງ​ຫລາຍ​ເຂົ້າ​ໄປ​ໃນ​ຕາ​ຂ່າຍ

ນັກຂຽນກ່າວເຖິງການລົງໂທດຂອງພຣະເຈົ້າຄືກັບວ່າພຣະເຈົ້າໄດ້ຈັບປະຊາຊົນຂອງພຣະອົງໄປໃນຕາຫນ່າງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ຕາ​ຂ່າຍ

ກັບດັກສຳລັບນົກ ຫລືສັດ

ພ​ຣະ​ອົງ​ໄດ້​ຊົງ​ວາງ​ພາ​ລະ​ຫນັກ​ໄວ້​ເທິງ​ຫລັງ​ ຂ​້າ​ນ້ອຍ​ທັ​ງ​ຫລາຍ

ນັກຂຽນເວົ້າເຖິງສິ່ງທີ່ປະຊາຊົນໄດ້ອົດທົນຍ້ອນຕ້ອງແບກຫາບພາລະຫນັກຢູ່ດ້ານຫລັງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພ​ຣະ​ອົງ​ຊົງ​ໃຫ້​ຜູ້​ຄົນ​ຂັບ​ລົດ​ແລ່ນ​ທັບ​ຫົວ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ

ນີ້ແມ່ນຮູບພາບຂອງການຖືກເອົາຊະນະຢ່າງໂຫດຮ້າຍໃນການສູ້ຮົບ. ອາດແປໄດ້ອີກວ່າ: "ມັນຄືກັບວ່າສັດຕູຂອງພວກເຮົາໄດ້ເອົາຊະນະພວກເຮົາໃນການສູ້ຮົບ ແລະຫລັງຈາກນັ້ນໄດ້ຂັບລົດຮົບຂອງພວກເຂົາລົງໃສ່ຮ່າງກາຍທີ່ລົ້ມຂອງພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ຕ້ອງ​ລຸຍ​ນ້ຳ​ລຸຍ​ໄຟ

ພຣະເຈົ້າໄດ້ທົດສອບພວກເຂົາດ້ວຍໄພພິບັດທາງທຳມະຊາດເຊັ່ນ: ໄຟໄຫມ້ ແລະນໍ້າຖ້ວມ. ອາດແປໄດ້ອີກວ່າ: "ພວກເຮົາປະສົບຄືກັບຄົນທີ່ປະສົບກັບໄຟ ແລະນໍ້າຖ້ວມ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-merism]])

​ທີ່​ກວ້າງ​ໃຫຍ່

ນັກຂຽນກ່າວເຖິງພອນຕ່າງໆທີ່ປະຊາຊົນອິດສະຣາເອນໄດ້ຮັບໃນຕອນນີ້ຄືກັບວ່າພວກເຂົາຖືກນຳມາສູ່ບ່ອນເປີດກ້ວາງບ່ອນທີ່ພວກເຂົາປອດໄພ. ອາດແປໄດ້ອີກວ່າ: "ບ່ອນເປີດທີ່ພວກເຮົາປອດໄພ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)