lo_tn/psa/060/001.md

4.0 KiB

ຂໍ້ມູນທົ່ວໄປ

ການຂະຫນານແມ່ນພົບທົ່ວໄປໃນບົດກະວີຊາວຍິວ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])

ສຳ​ຫລັບ​ນັກ​ດົນ​ຕີ

"ນີ້ແມ່ນເພື່ອໃຫ້ຜູ້ກຳກັບການນຳໃຊ້ດົນຕີໃນການນະມັດສະການ"

ສົ່ງ​ເຖິງ​ຊູ​ຊານ ອີ​ດົບ

ສິ່ງນີ້ອາດຈະບອກເຖິງສຽງເພງ ຫລືຮູບແບບເພັງທີ່ຄວນໃຊ້ໃນເວລາຮ້ອງເພງ. ອາດແປໄດ້ອີກວ່າ: "ຮ້ອງເພງບົດເພງນີ້ໂດຍໃຊ້ສຽງຂອງ 'ຊູ​ຊານ ອີ​ດົບ' ຫລື "ຮ້ອງເພງນີ້ໂດຍໃຊ້ແບບຊູ​ຊານ ອີ​ດົບ "

ຊູ​ຊານ ອີ​ດົບ

ນີ້ຫມາຍຄວາມວ່າ "ດອກລິນລີ້ຂອງຄໍາສັນຍາ." ຜູ້ແປອາດຈະຂຽນຄວາມຫມາຍ ຫລື ສຳເນົາຄຳຍິວ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/translate-unknown]] ແລະ [[rc:///ta/man/translate/translate-transliterate]])

ຄຳ​ແນ​ະ​ນຳ

ຄວາມຫມາຍຂອງຄຳວ່າ "ບົດເພງ" ແມ່ນບໍ່ແນ່ນອນ. ທ່ານອາດຈະໃຊ້ຄຳວ່າ "ເພງສັນລະເສີນ" ແທນ. ສິ່ງນີ້ສາມາດຂຽນເປັນ: "ນີ້ແມ່ນຄຳເພງທີ່ດາວິດໄດ້ຂຽນໄວ້." ເບິ່ງວິທີທີ່ທ່ານແປສິ່ງນີ້ໃນ 16:1.

ອາ​ລາມນາ​ຮາ​ລຽມ ... ອາ​ລາມໂຊ​ບາ

"ອາລາມຂອງແມ່ນ້ຳສອງແຫ່ງ ... ປະຊາຊາດໂຊ​ບາຂອງນາ​ຮາ​ລຽມ." ເຫລົ່ານີ້ແມ່ນສະຖານທີ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ໂຢອາບ

ນີ້ຫມາຍເຖິງໂຢອາບ ແລະກອງທັບທີ່ລາວນຳພາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

​ສິບ​ສອງ​ພັນ​ຄົນ​ທີ່​ຮ່ອມ​ພູ​ເກືອ

"12,000 ຄົນເອໂດມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers)

ພ​ຣະ​ອົງ​ຊົງ​ປະຖິ້ມ​ຂ້າ​ນ້ອຍ​ທັງ​ຫລາຍ

ພຣະເຈົ້າປະຕິເສດຜູ້ທີ່ພຣະເຈົ້າກ່າວເຖິງຄືກັບວ່າລາວໄດ້ປະຖິ້ມພວກເຂົາໄປ. ອາດແປໄດ້ອີກວ່າ: "ທ່ານໄດ້ປະຕິເສດພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພ​ຣະ​ອົງ​ຊົງ​ທຳລາຍ​ແນວ​ປ້ອງ​ກັນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ

ພຣະເຈົ້າອະນຸຍາດໃຫ້ສັດຕູຂອງອິດສະລາ ເອນແຕກແຍກຜ່ານການປ້ອງກັນຂອງພວກເຂົາໄດ້ຖືກກ່າວເຖິງດັ່ງທີ່ພຣະເຈົ້າເອງໄດ້ເຮັດ. ອາດແປໄດ້ອີກວ່າ: "ທ່ານໄດ້ອະນຸຍາດໃຫ້ສັດຕູຂອງພວກເຮົາທຳລາຍກຳລັງປ້ອງກັນຂອງພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)