lo_tn/psa/054/001.md

6.4 KiB

ຂໍ້ມູນທົ່ວໄປ

ການຂະຫນານແມ່ນພົບທົ່ວໄປໃນບົດກະວີຊາວຢິວ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])

ຂໍ້ມູນທົ່ວໄປ

ຄຳເພງນີ້ແມ່ນຄຳອະທິຖານຂໍຄວາມຊ່ວຍເຫລືອ.

ສຳ​ລັບ​ນັກ​ດົນ​ຕີ

"ນີ້ແມ່ນເພື່ອໃຫ້ຜູ້ກຳກັບການນຳໃຊ້ດົນຕີໃນການນະມັດສະການ"

ເຄື່ອງ​ດົນ​ຕີ

"ປະຊາຊົນຄວນຫລິ້ນເຄື່ອງດົນຕີທີ່ມີສາຍດ້ວຍເພງນີ້"

ຄຳ​ແນ​ະ​ນຳ​

ນີ້ອາດຫມາຍເຖິງແບບຂອງດົນຕີ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 32:1

ຊາວຊິບ

ປະຊາຊົນຈາກນະຄອນຂອງຊິບໃນພູເຂົາຈໍແດນ, ພາກຕາເວັນອອກສຽງໃຕ້ຂອງເຮັບໂບນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

​ເປັນ​ຫຍັງ​ດາ​ວິດ​ຈຶ່ງ​ເຊື່ອງ​ພຣະ​ອົງ​ຈາກ​ພວ​ກ​ເຮົາ?

ຄຳຖາມນີ້ແມ່ນໃຊ້ເພື່ອສະແດງໃຫ້ເຫັນວ່ານີ້ແມ່ນສິ່ງທີ່ສຳຄັນທີ່ໂຊນຄວນຮູ້. ອາດເເປໄດ້ອີກວ່າ "ດາວິດ ແມ່ນເຊື່ອງຕົວກັບພວກເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍໃຫ້​ພົ້ນ​ໂດຍ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ

ຕໍ່ໄປນີ້ແມ່ນຊື່ຂອງພຣະເຈົ້າທີ່ສະແດງເຖິງລັກສະນະຂອງພຣະອົງ. ມັນອາດຈະສະແດງເຖິງອຳນາດຫລືຄວາມຍຸດຕິທຳຂອງພຣະອົງໂດຍສະເພາະ. ອາດເເປໄດ້ອີກວ່າ "ຊ່ວຍຂ້ານ້ອຍແນ່, ໂດຍກຳລັງຂອງພຣະອົົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຕັດ​ສິນ​ຂ້າ​ນ້ອຍ​ດ້ວຍ​ພ​ຣະ​ກຳ​ລັງ​ຂອ​ງ​ພ​ຣະ​ອົງ

ການຕັດສິນຂອງດາວິດຢູ່ນີ້ສະແດງໃຫ້ເຫັນຜູ້ຄົນວ່າດາວິດບໍ່ມີຄວາມຜິດ. ເມື່ອພຣະເຈົ້າໃຊ້ອຳນາດຂອງພຣະອົງ ເພື່ອຊ່ວຍເຫລືອດາວິດ, ຜູ້ຄົນຈະຮູ້ວ່າພຣະເຈົ້າໄດ້ຕັດສິນລາວວ່າບໍ່ມີຄວາມຜິດ. ອາດເເປໄດ້ອີກວ່າ "ໃນຄວາມສາມາດຂອງພຣະອົງ, ສະແດງໃຫ້ຄົນຮູ້ວ່າຂ້ອຍບໍ່ມີຄວາມຜິດ" ຫລື "ສະແດງໃຫ້ຄົນຮູ້ວ່າຂ້ອຍບໍ່ມີຄວາມຜິດໂດຍໃຊ້ອຳນາດຂອງພຣະອົງ ເພື່ອຊ່ວຍຊີວິດຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

​ຂໍ​ຊົງ​ງ່ຽງ​ຫູ​ຟັງ​ຕໍ່​ຖ້ອຍ​ຄຳ

ການໃຫ້ຫູຂອງຄົນຫນຶ່ງສະແດງເຖິງການຟັງ. ອາດເເປໄດ້ອີກວ່າ "ຟັງຄຳເວົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຖ້ອຍ​ຄຳ​ຈາກ​ປາກ​ຂ້າ​ນ້ອຍ

ສຳນວນນີ້ສະແດງເຖິງສິ່ງທີ່ຜູ້ເວົ້າ. ອາດເເປໄດ້ອີກວ່າ "ຄຳເວົ້າຂອງຂ້ອຍ" ຫລື "ສິ່ງທີ່ຂ້ອຍກຳລັງເວົ້າກັບເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ

ການລຸກຂຶ້ນຕໍ່ຕ້ານຜູ້ໃດຜູ້ຫນຶ່ງຫມາຍເຖິງການກະກຽມທີ່ຈະໂຈມຕີລາວ ຫລື ທຳຮ້າຍລາວ. ອາດຈະແປໄດ້ວ່າ: "ໄດ້ກຽມພ້ອມທີ່ຈະໂຈມຕີຂ້ອຍ" ຫລື "ກໍາລັງໂຈມຕີຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກ​ຄົນ​ໂຫດ​ຮ້າຍ​

"ຄົນທີ່ບໍ່ມີຄວາມເມດຕາ"

ໄດ້​ຫມາຍ​ເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ

ການສະແຫວງຫາຊີວິດຂອງຜູ້ໃດຜູ້ຫນຶ່ງເປັນຕົວແທນໃຫ້ພະຍາຍາມຂ້າລາວ. ອາດເເປໄດ້ອີກວ່າ "ໄດ້ພະຍາຍາມຂ້າຂ້ອຍ" ຫລື "ຢາກຂ້າຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກ​ເຂົາ​ບໍ່​ເຫັນ​ພ​ຣະ​ເຈົ້າ​ຢູ່​ໃນ​ສາຍ​ຕາ​ຂອງ​ພວກ​ເຂົາ

ການຕັ້ງພຣະເຈົ້າຕໍ່ຫນ້າພວກເຂົາເປັນຕົວແທນໃຫ້ຄວາມສົນໃຈຕໍ່ພຣະເຈົ້າ. ອາດເເປໄດ້ອີກວ່າ "ພວກເຂົາບໍ່ເອົາໃຈໃສ່ກັບພຣະເຈົ້າ" ຫລື "ພວກເຂົາບໍ່ສົນໃຈພຣະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)