lo_tn/psa/052/004.md

3.0 KiB

ຖ້ອຍ​ຄຳ​ທັງ​ຫມົດ​ທີ່​ກັດ​ກິນ​ຄົນ​ອື່ນ

ນີ້ແມ່ນຄຳເວົ້າທີ່ເປັນອັນຕະລາຍຕໍ່ຄົນອື່ນຖືກກ່າວເຖິງຄືກັບວ່າພວກເຂົາເປັນສັດທີ່ທຳຮ້າຍຄົນ. ອາດເເປໄດ້ອີກວ່າ "ຄຳເວົ້າທີ່ທຳຮ້າຍຄົນອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຈົ້າ​ຜູ້​ມີ​ລິ້ນ​ຫລອກ​ລວງ

ນີ້ຫມາຍເຖິງຄົນທີ່ຜູ້ຂຽນກຳລັງເວົ້າກັບ. ອາດເເປໄດ້ອີກວ່າ "ເຈົ້າເວົ້າຕົວະ" ຫລື "ເຈົ້າເປັນຄົນຂີ້ຕົວະ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຈັບ​ເຈົ້າ ... ​ດຶງ​ເຈົ້າ​ອອກ ... ​ຖອນ​ຮາກ​ຖອນ​ໂຄນ​ເຈົ້າ

ທັງສາມປະໂຫຍກນີ້ແມ່ນວິທີທີ່ແຕກຕ່າງກັນຂອງການເວົ້າວ່າ "ເອົາທ່ານອອກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

​ຊົງ​ຖອນ​ຮາກ​ຖອນ​ໂຄນ​ເຈົ້າ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ຄົນ​ເປັນ

ການມີຊີວິດຢູ່ເທິງໂລກຖືກເວົ້າເຖິງຄືວ່າຄົນເປັນພືດທີ່ມີຮາກຢູ່ໃນພື້ນດິນ. ພຣະເຈົ້າຂ້າຜູ້ໃດຜູ້ຫນຶ່ງຖືກກ່າວເຖິງວ່າຂຸດຮາກຂອງຕົ້ນໄມ້ ແລະເອົາມັນອອກຈາກພື້ນດິນ. ອາດເເປໄດ້ອີກວ່າ "ພຣະອົງຈະເອົາທ່ານອອກຈາກແຜ່ນດິນທີ່ມີຊີວິດຢູ່" ຫລື "ພຣະອົງຈະຂ້າທ່ານເພື່ອວ່າທ່ານຈະບໍ່ຢູ່ເທິງແຜ່ນດິນໂລກກັບຄົນທີ່ມີຊີວິດຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເສລາ

ນີ້ອາດຈະແມ່ນຄຳສັບດົນຕີທີ່ບອກໃຫ້ຄົນເຮົາຮ້ອງເພັງຫລືຫລິ້ນເຄື່ອງດົນຕີຂອງເຂົາເຈົ້າຢູ່ບ່ອນນີ້. ການແປບາງພາສາຂຽນພາສາເຮັບເຣີ, ເເລະ ການແປບາງສະບັບບໍ່ລວມເອົາມັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-transliterate)