lo_tn/psa/052/001.md

4.8 KiB
Raw Permalink Blame History

ຂໍ້ມູນທົ່ວໄປ

ການຂະຫນານແມ່ນພົບທົ່ວໄປໃນບົດກະວີເຮັບເຣີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])

ຂໍ້ມູນທົ່ວໄປ

ໃນເພງສັນລະເສີນນີ້ຄຳວ່າ "ເຈົ້າ" ຫມາຍເຖິງ ໂດເອກ. ເມື່ອຊາອູນຢາກຂ້າດາວິດ, ໂດເອກໄດ້ບອກຊາອູນວ່າດາວິດຢູ່ໃສເພື່ອວ່າຊາອູນຈະໄດ້ພົບລາວ.

ສຳ​ລັບ​ນັກ​ດົນ​ຕຣີ

"ນີ້ແມ່ນສຳລັບຜູ້ກຳກັບດົນຕີໃຊ້ໃນການນະມັດສະການ."

ຄຳ​ແນະ​ນຳ

ນີ້ອາດຫມາຍເຖິງແບບຂອງດົນຕີ. ເບິ່ງວິທີ ທີ່ທ່ານແປຂໍ້ນີ້ໃນ 32:1.

ໂດເອກ ... ອາຫິມີເລກ

ນີ້ແມ່ນຊື່ຂອງຜູ້ຊາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເຈົ້າ​ຜູ້​ມີ​ອຳ​ນາດ ເປັນ​ຫຍັງ​ເຈົ້າ​ເຖິງ​ພູມ​ໃຈ​ໃນ​ການ​ສ້າງ​ປັນ​ຫາ?

ຄຳຖາມນີ້ສະແດງໃຫ້ເຫັນວ່າດາວິດໃຈຮ້າຍຫລາຍປານໃດຕໍ່ຜູ້ທີ່ສ້າງບັນຫາ. ອາດເເປໄດ້ອີກວ່າ "ທ່ານບໍ່ຄວນພູມໃຈໃນການສ້າງບັນຫາ, ທ່ານຜູ້ຊາຍທີ່ຫຍິ່ງໃຫຍ່." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຈົ້າ​ຜູ້​ມີ​ອຳ​ນາດ

ດາວິດອາດຈະໄດ້ໃຊ້ຄຳສຽດສີໃນເວລາທີ່ເຂົາເອີ້ນວ່າໂດເອກແບບນີ້. ອາດເເປໄດ້ອີກວ່າ "ເຈົ້າ, ຜູ້ທີ່ຄິດວ່າເຈົ້າມີຄວາມຍິ່ງໃຫຍ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-irony)

ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ເຈົ້າ​ມາ​ທຸກ​ມື້

ດາວິດເວົ້າກ່ຽວກັບຄວາມຊື່ສັດແຫ່ງພັນທະສັນຍາຂອງພຣະເຈົ້າ ຄືກັບວ່າມັນເປັນສິ່ງທີ່ສາມາດເກີດຂຶ້ນໄດ້. ດາວິດອາດຈະອ້າງເຖິງຄຳສັນຍາຂອງພຣະເຈົ້າທີ່ຈະປົກປ້ອງປະຊາຊົນຂອງພຣະອົງຈາກຄົນຊົ່ວ. ສິ່ງນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດເເປໄດ້ອີກວ່າ "ພຣະເຈົ້າຊື່ສັດທີ່ຈະຮັກສາຄຳສັນຍາແຫ່ງພັນທະສັນຍາຂອງພຣະອົງ" ຫລື "ພຣະເຈົ້າປົກປ້ອງປະຊາຊົນຂອງພຣະອົງຈາກຄົນຊົ່ວຄືກັນກັບທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-explicit]])

​ມີດ​ໂກນ

ແຜ່ນໃບແຫລມ

ລິ້ນ​ຂອງ​ເຈົ້າ​ວາງ​ແຜນ​ທຳ​ລາຍ​ດັ່ງ​ມີດ​ໂກນ​ທີ່​ຄົມ, ເຮັດ​ການ​ຫລອກ​ລວງ

ໃນນີ້ລີ້ນຖືກປຽບທຽບກັບມີດທີ່ມີຄວາມສາມາດສ້າງຄວາມອັນຕະລາຍໄດ້. ອາດເເປໄດ້ອີກວ່າ "ລີ້ນຂອງທ່ານເຮັດອັນຕະລາຍຕໍ່ຄົນຄືກັບມີດຄ້າຍຄືກັບ, ເມື່ອທ່ານວາງແຜນທຳລາຍແລະຫລອກລວງຄົນອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ລິ້ນ​ຂອງ​ເຈົ້າ​

ໃນນີ້ "ລີ້ນຂອງເຈົ້າ" ຫມາຍເຖິງຄົນທີ່ດາວິດກຳລັງເວົ້ານຳ. ອາດເເປໄດ້ອີກວ່າ "ເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)