lo_tn/psa/051/010.md

2.3 KiB

ຂໍ​ຊົງ​ສ້າງ​ໃຈ​ສະ​ອາດ​ພາຍ​ໃນ​ຂ້າ​ນ້ອຍ

ໃນນີ້ "ຫົວໃຈ" ສະແດງເຖິງຄວາມຮູ້ສຶກ ແລະຄວາມປາຖະຫນາ. ການອຸທິດຕົນ ແລະເຊື່ອຟັງພຣະເຈົ້າຢ່າງສົມບູນຖືກກ່າວເຖິງວ່າມີຫົວໃຈທີ່ສະອາດ. ອາດເເປໄດ້ອີກວ່າ "ເຮັດໃຫ້ຂ້ານ້ອຍອຸທິດໃຫ້ແກ່ພຣະອົງທັງຫມົດ" ຫລື "ເຮັດໃຫ້ຂ້ານ້ອຍຕ້ອງການເຊື່ອຟັງພຣະອົງສະເຫມີ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])

ຊົງ​ສ້າງ​ຈິດ​ວິນ​ຍານ​ທີ່​ຖືກ​ຕ້ອງ​ຂຶ້ນ​ໃຫມ່​ພາຍ​ໃນ​ຂ້າ​ນ້​ອຍ

ໃນນີ້ "ວິນຍານ" ສະແດງເຖິງທັດສະນະຄະຕິແລະຄວາມປາຖະຫນາຂອງດາວິດ. ອາດເເປໄດ້ອີກວ່າ "ເຮັດໃຫ້ທັດສະນະຄະຕິຂອງຂ້ານ້ອຍຖືກຕ້ອງ" ຫລື "ເຮັດໃຫ້ຂ້ານ້ອຍຕ້ອງການເຮັດໃນສິ່ງທີ່ຖືກຕ້ອງສະເຫມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຂໍ​ຢ່າ​ຊົງ​ໄລ່​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ພຣະພັກ​ຂອງ​ພ​ຣະ​ອົງ

"ຢ່າບັງຄັບຂ້ານ້ອຍໃຫ້ອອກໄປຈາກພຣະອົງ." ການຖືກປະຕິເສດຈາກພຣະເຈົ້າຖືກກ່າວເຖິງວ່າຖືກບັງຄັບໃຫ້ຫນີຈາກພຣະອົງ. ອາດເເປໄດ້ອີກວ່າ "ຢ່າປະຕິເສດຂ້ານ້ອຍ ເປັນໜຶ່ງໃນປະຊາຊົນຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)