lo_tn/psa/051/007.md

5.6 KiB

ຂໍ​ຊົງ​ຊຳ​ລະ​ຂ້າ​ນ້ອຍ​ໃຫ້​ບໍ​ຣິ​ສຸດ​ດ້ວຍ ... ​ຂ້າ​ນ້ອຍ​ຈະ​ສະ​ອາດ ... ລ້າງ​ຂ້າ​ນ້ອຍ ... ຂ້າ​ນ້ອຍຈະຂາວກວ່າຫິມະ

ການເປັນທີ່ຍອມຮັບໂດຍພຣະເຈົ້າຖືກກ່າວເຖິງວ່າເປັນຄວາມສະອາດຫລືຂາວ. ພຣະເຈົ້າເຮັດໃຫ້ຄົນເປັນທີ່ຍອມຮັບໂດຍການໃຫ້ອະໄພບາບຂອງພວກເຂົາ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]]), [[rc:///ta/man/translate/figs-metaphor]])

​ຂໍ​ຊົງ​ຊຳ​ຣະ​ຂ້າ​ນ້ອຍ​ໃຫ້​ບໍ​ຣິ​ສຸດ​ດ້ວຍຕົ້ນ​ຫູສົບ

ນັກຂຽນເວົ້າກ່ຽວກັບພຣະເຈົ້າຄືກັບວ່າພຣະເຈົ້າເປັນປະໂລຫິດຜູ້ທີ່ຫົດນໍ້າໃສ່ຂ້ານ້ອຍເພື່ອເຮັດໃຫ້ພຣະເຈົ້າຍອມຮັບໄດ້. ອາດເເປໄດ້ອີກວ່າ "ເຮັດໃຫ້ຂ້ານ້ອຍຖືກຍອມຮັບໄດ້ໂດຍການຫົດນ້ຳໃສ່ຂ້ານ້ອຍດ້ວຍຫູສົບ ຫລື" ອະໄພໂທດໃຫ້ຂ້ານ້ອຍສຳລັບບາບຂອງຂ້ານ້ອຍເພື່ອຂ້ານ້ອຍຈະເປັນທີ່ຍອມຮັບຂອງເຈົ້າ "(ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຕົ້ນ​ຫູສົບ

ນີ້ແມ່ນພືດທີ່ພວກປະໂລຫິດໃຊ້ໃນການຫົດນໍ້າ ຫລືເລືອດໃສ່ຄົນ ຫລືສິ່ງຂອງຕ່າງໆເພື່ອເຮັດໃຫ້ພວກເຂົາເປັນພິທີທຳຄວາມສະອາດ, ນັ້ນແມ່ນສິ່ງທີ່ພຣະເຈົ້າຍອມຮັບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-unknown)

ຂາວຫຍິ່ງກວ່າຫິມະ

ການບໍ່ມີບາບຖືກກ່າວເຖິງວ່າເປັນຄົນຂາວ. ອາດເເປໄດ້ອີກວ່າ "ຂາວຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຄວາມສຸກ ແລະຄວາມຍິນດີ

ສອງຄຳນີ້ຫມາຍຄວາມວ່າ ໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະ ເນັ້ນຫນັກເຖິງຄວາມປາດຖະຫນາຂອງລາວທີ່ຈະໄດ້ຍິນສິ່ງທີ່ມີຄວາມສຸກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ເພື່ອ​ກະ​ດູກ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ຫັກ​ ຈະ​ໄດ້​ຍິນ​ດີ

ຮູ້ສຶກເສົ້າສະຫລົດໃຈຮ້າຍແຮງ ຄືກັບເວົ້າເຖິງກະດູກຂອງລາວທີ່ໄດ້ແຕກຫັກນັ້ນ. ອາດເເປໄດ້ອີກວ່າ "ເພາະວ່າພຣະອົງໄດ້ເຮັດໃຫ້ຂ້ານ້ອຍເສົ້າສະຫລົດໃຈພາຍໃນຂ້ານ້ອຍ. ຂໍໃຫ້ຂ້ານ້ອຍມີຄວາມສຸກອີກຄັ້ງ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂໍ​ຊົງ​ລີ້​ຫນ້າ​ຂອງ​ພ​ຣະ​ອົງ​ຈາກ​ບາບ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ​

ການຄິດເຖິງຄວາມຜິດບາບຂອງຜູ້ໃດຜູ້ຫນຶ່ງແມ່ນເວົ້າເຖິງການເຫັນພວກເຂົາ. ການໃຫ້ອະໄພ ຫລືການປະຕິເສດທີ່ຈະຄິດກ່ຽວກັບບາບຖືກກ່າວເຖິງວ່າເປັນການເລືອກທີ່ຈະບໍ່ເຫັນພວກເຂົາ. ອາດເເປໄດ້ອີກວ່າ "ຢ່າເບິ່ງບາບຂອງຂ້ານ້ອຍ" ຫລື "ຢ່າຈື່ຈຳບາບຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຊົງ​ລົບ​ຄວາມ​ຜິດ​ທັງ​ສິ້ນ​ຂອງ​ຂ້າ​ນ້ອຍເສຍ.

ການໃຫ້ອະໄພ ຫລືການປະຕິເສດທີ່ຈະຄິດກ່ຽວກັບຄວາມຜິດຂອງຜູ້ໃດຜູ້ຫນຶ່ງຖືກກ່າວເຖິງວ່າເປັນ 1) ລົບຄວາມບາບອອກໄປ ຫລື 2) ລົບລ້າງບັນທຶກທີ່ເປັນລາຍລັກອັກສອນຂອງບາບ. ອາດເເປໄດ້ອີກວ່າ 1) "ໃຫ້ອະໄພບາບຂອງຂ້ານ້ອຍຄືກັບຄົນທີ່ກຳຈັດສິ່ງໃດສິ່ງຫນຶ່ງອອກໄປ" ຫລື "ລືມບາບຂອງຂ້ານ້ອຍຄືກັບຄົນທີ່ລົບບັນທຶກບາບ" (ເບິ່ງເພີ່ມເຕີມ: ການປຽບທຽບ)