lo_tn/psa/051/001.md

5.3 KiB

ຂໍ້ມູນທົວໄປ

ການຂະຫນານແມ່ນພົບທົ່ວໄປໃນບົດກະວີເຮັບເຣິີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]]).

ຂໍ້ມູນທົ່ວໄປ

ໃນເພງສັນລະເສີນດາວິດນີ້ຂໍໃຫ້ພຣະເຈົ້າໃຫ້ອະໄພ.

ສຳ​ຫ​ລັບ​ຄະ​ນະ​ນັກ​ດົນ​ຕຣີ

"ນີ້ແມ່ນສຳລັບຜູ້ກຳກັບດົນຕຣີໃຊ້ໃນການນະມັດສະການ."

ເພງ​ສັນ​ຣະ​ເສີນ​ຂອງ​ກະ​ສັດ​ດາ​ວິດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ດາວິດຂຽນເພງ​ສັນ​ຣະ​ເສີນ​ ຫລື 2) ເພງ​ສັນ​ຣະ​ເສີນ​ແມ່ນກ່ຽວກັບດາວິດ ຫລື 3) ເພງ​ສັນ​ຣະ​ເສີນ​ແມ່ນຢູ່ໃນແບບເພງ​ສັນ​ຣະ​ເສີນ​ຂອງດາວິດ.

ເມື່ອ​ຕອນ​ທີ່ນາ​ທານ​ຜູ້​ເຜີຍ​ພ​ຣະ​ຄຳມາ​ຫາ​ທ່ານ

ມັນສາມາດເວົ້າໄດ້ຢ່າງຈະແຈ້ງວ່ານາທານໄດ້ເຮັດຫຍັງໃນເວລາທີ່ລາວມາຫາທ່ານດາວິດ, ເພາະວ່າເພງສັນລະເສີນນີ້ແມ່ນເພື່ອຕອບສະຫນອງຕໍ່ສິ່ງນັ້ນ. ອາດເເປໄດ້ອີກວ່າ "ເມື່ອນາ​ທານ​ຜູ້​ເຜີຍ​ພ​ຣະ​ຄຳມາຫາດາວິດແລະສັ່ງຫ້າມລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຫລັງ​ທີ່​ລາວ​ໄດ້​ນອນ​ກັບ​ບັດ​ເຊ​ບາ

"ຫລັງຈາກດາວິດໄດ້ນອນກັບນາງບັດເຊບາ"

ເພື່ອ​ເຫັນ​ແກ່​ການ​ກະ​ທຳ​ຫລວງ​ຫລາຍ​ອັນ​ຊົງ​ເມດຕາ

"ຍ້ອນວ່າເຈົ້າເຮັດສິ່ງທີ່ມີເມດຕາຫລາຍ"

ຂໍ​ຊົງ​ລົບ​ບັນ​ດາ​ການ​ບາບ​ຂ​ອງຂ້າ​ນ້ອຍ.

ການໃຫ້ອະໄພບາບແມ່ນກ່າວເຖິງວ່າ 1) ເຮັດໃຫ້ພວກເຂົາອອກ ຫລື 2) ລົບລ້າງບັນທຶກຂອງບາບ. ອາດເເປໄດ້ອີກວ່າ "ໃຫ້ອະໄພບາບຂອງຂ້ອຍຄືກັບຄົນທີ່ກຳຈັດສິ່ງໃດສິ່ງຫນຶ່ງອອກໄປ" ຫລື "ລືມບາບຂອງຂ້ອຍຄືກັບຄົນທີ່ລົບບັນທຶກບາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ລ້າງ​ຂ້າ​ນ້ອຍ​ໃຫ້​ຫມົດ​ກ້ຽງ​ຈາກ​ຄວາມ​ຜິດ​ ... ຂໍ​ຊົງ​ຊຳ​ຣະ​ຂ້າ​ນ້ອຍ​ຈາກ​ບາບ​ຂອງ​ຂ້າ​ນ້ອຍ.

ສອງປະໂຫຍກນີ້ມີຄວາມຫມາຍຄືກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຂໍ​ຊົງ​ລ້າງ​ຂ້າ​ນ້ອຍ​ໃຫ້​ຫມົດ​ກ້ຽງ​ຈາກ​ຄວາມ​ຜິດ​ຂອງ​ຂ້າ​ນ້ອຍ

ການທີ່ພຣະເຈົ້າຍອມຮັບໄດ້ຖືກກ່າວເຖິງວ່າເປັນຄົນທີ່ສະອາດ. ພຣະເຈົ້າເຮັດໃຫ້ຄົນຍອມຮັບໂດຍການໃຫ້ອະໄພບາບຂອງພວກເຂົາ. ອາດເເປໄດ້ອີກວ່າ "ລ້າງບາບທັງຫມົດຂອງຂ້ານ້ອຍ" ຫລື "ໃຫ້ອະໄພບາບທັງຫມົດຂອງຂ້ານ້ອຍເພື່ອຂ້ານ້ອຍຈະເປັນທີ່ຍອມຮັບຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຫມົດ​ກ້ຽງ​

"ສົມບູນ"

ຊຳ​ຣະ​ຂ້າ​ນ້ອຍ​ຈາກ​ບາບ​ຂອງ​ຂ້າ​ນ້ອຍ

ການທີ່ພຣະເຈົ້າຍອມຮັບໄດ້ຖືກກ່າວເຖິງວ່າເປັນຄົນທີ່ສະອາດ. ພຣະເຈົ້າໄດ້ເຮັດໃຫ້ຄົນຖືກຍອມຮັບໂດຍການໃຫ້ອະໄພບາບຂອງພວກເຂົາ. ອາດເເປໄດ້ອີກວ່າ "ເຮັດໃຫ້ຂ້ານ້ອຍສະອາດຈາກບາບຂອງຂ້ານ້ອຍ" ຫລື "ໃຫ້ອະໄພຂ້ານ້ອຍຈາກບາບຂອງຂ້ານ້ອຍເພື່ອຂ້ານ້ອຍຈະສະອາດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)