lo_tn/psa/050/021.md

3.3 KiB

​ເຈົ້າກໍ​ຄິດ​ວ່າ​ເຮົາ​ເປັນ​ເຫມືອນກັບ​ເຈົ້າເອງ

ເນື່ອງຈາກວ່າພຣະເຈົ້າໄດ້ມິດງຽບ ແລະ ຍັງບໍ່ໄດ້ຕຳຫນິຕິຕຽນຄົນຊົ່ວຕໍ່ການກະທຳຂອງພວກເຂົາ, ພວກເຂົາຄິດວ່າພຣະເຈົ້າພໍໃຈໃນສິ່ງທີ່ພວກເຂົາເຮັດ. ອາດເເປໄດ້ອີກວ່າ "ເຈົ້າຄິດວ່າຂ້ອຍແມ່ນຄົນທີ່ກະທຳຄືກັບເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ກ່າວໂທດ

"ຕຳຫນິ" ຫລື "ປະນາມ"

​ເວົ້າ ... ທຸກ​ສິ່ງ​ທີ່​ເຈົ້າໄດ້​ກະ​ທຳ​

ພຣະເຈົ້າກ່າວເຖິງການບອກເຖິງສິ່ງຊົ່ວຮ້າຍທັງຫມົດທີ່ພວກເຂົາໄດ້ເຮັດ. ອາດເເປໄດ້ອີກວ່າ "ລາຍຊື່ ... ທຸກໆສິ່ງທີ່ທ່ານໄດ້ເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ກະ​ທຳ​ຂຶ້ນ​ມາ​ຕໍ່​ຕາ​ຂອງ​ເຈົ້າ

ທີ່ນີ້, ການທີ່ຈະ "ຢູ່ຕໍ່ສາຍຕາຂອງເຈົ້າ" ຫມາຍຄວາມວ່າມັນຢູ່ໃນບ່ອນທີ່ເຂົາເຈົ້າຈະເຫັນ. ນີ້ຫມາຍຄວາມວ່າພວກເຂົາຈະບໍ່ສາມາດປະຕິເສດຂໍ້ກ່າວຫາທີ່ພຣະເຈົ້າເອົາມາຕໍ່ພວກເຂົາ. ອາດເເປໄດ້ອີກວ່າ "ຢູ່ທາງຫນ້າຂອງທ່ານ" ຫລື "ເພື່ອວ່າທ່ານຈະບໍ່ສາມາດປະຕິເສດພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເຈົ້າ​ຜູ້​ລືມ​ພ​ຣະ​ເຈົ້າ

ພຣະເຈົ້າກ່າວເຖິງຄົນຊົ່ວໆທີ່ປະຕິເສດພຣະອົງຄືກັບວ່າພວກເຂົາໄດ້ລືມພຣະອົງ. ພຣະອົງເວົ້າເຖິງຕົວເອງໃນບຸກຄົນທີສາມ. ອາດເເປໄດ້ອີກວ່າ "ເຈົ້າທີ່ປະຕິເສດເຮົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-123person]])

ເຮົາ​ຈະ​ຈີກ​ເຈົ້າ​ອອກ​ເປັນ​ຕ່ອນໆ

ພຣະເຈົ້າກ່າວເຖິງການທຳລາຍຄົນຊົ່ວຄືກັບວ່າພຣະອົງເປັນສິງທີ່ກິນສັດປ່າ. ອາດເເປໄດ້ອີກວ່າ "ເຮົາຈະທຳລາຍເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)