lo_tn/psa/050/003.md

1.9 KiB

ບໍ່ຊົງງຽບຢູ່

ນັກຂຽນໃຊ້ຄຳເວົ້າລົບນີ້ເພື່ອເນັ້ນຫນັກດ້ານບວກ. ອາດເເປໄດ້ອີກວ່າ "ເວົ້າເພື່ອໃຫ້ທຸກຄົນໄດ້ຍິນພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-litotes)

ໄຟ​ໄດ້​ເຜົາຜານ​ຢູ່​ເບື້ອງ​ຫນ້າ​ພ​ຣະ​ອົງ,

ນັກຂຽນເວົ້າເຖິງໄຟທີ່ກຳລັງເຜົາໄຫມ້ສິ່ງຂອງ ຄືກັບວ່າໄຟນັ້ນກຳລັງກິນພວກມັນຢູ່. ອາດເເປໄດ້ອີກວ່າ "ໄຟລຸກຢູ່ຕໍ່ຫນ້າລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ມັນເປັນລົມພາຍຸອ້ອມຮອບລາວ

"ມີພາຍຸໃຫຍ່ຢູ່ອ້ອມຮອບລາວ"

ພ​ຣະ​ອົງ​ຊົງ​ເອີ້ນຟ້າ​ສະ​ຫວັນ​ເບື້ອງ​ເທິງ ​ແລະ​ແຜ່ນ​ດິນ​ໂລກ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະເຈົ້າຮຽກຮ້ອງໃຫ້ທຸກຄົນທີ່ອາໄສຢູ່ໃນສະຫວັນ ແລະເທິງແຜ່ນດິນໂລກເປັນພະຍານໃນຂະນະທີ່ພ​ຣະ​ອົງພິພາກສາປະຊາຊົນຂອງພ​ຣະ​ອົງ ຫລື 2) ພ​ຣະ​ອົງຕັດສິນຄົນຂອງພຣະອົງ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-personification]])