lo_tn/psa/049/018.md

3.3 KiB

ເມື່ອເຂົາຍັງມີຊີວິດຢູ່ ຈິດ​ໃຈ​ຂອງ​ເຂົາ

ນີ້ຄຳວ່າ"ຈິດໃຈ" ຫມາຍເຖິງບຸກຄົນທັງຫມົດ. ວະລີນີ້ຫມາຍຄວາມວ່າເຂົາຖືວ່າຕົນເອງມີຄວາມສຸກ ແລະປະສົບຜົນສຳເລັດຍ້ອນຄວາມຮັ່ງມີຂອງເຂົາ.ອາດຈະແປໄດ້ອີກວ່າ: "ເຂົາສະແດງຄວາມຍິນດີຕົນເອງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-idiom]])

ແລະ​ມະ​ນຸດ​ທັງ​ຫລາຍ​ສັນ​ຣະ​ເສີນ​ເຈົ້າ​ເມື່ອ​ເຈົ້າ​ຢູ່​ເພື່ອ​ຕົວ​ເອງ

ນີ້ນັກຂຽນໄດ້ສະເຫນີຄຳເວົ້າທົ່ວໄປ ກ່ຽວກັບວິທີທີ່ຄົນເວົ້າເຖິງຄົນອື່ນທີ່ປະສົບຜົນສຳເລັດຕາມມາດຕະຖານທາງໂລກ.

ເມື່ອ​ເຈົ້າ​ຢູ່​ເພື່ອ​ຕົວ​ເອງ

ວະລີນີ້ຫມາຍເຖິງການດຳລົງຊີວິດຢ່າງປະສົບຜົນສຳເລັດຕາມມາດຕະຖານທາງໂລກ. ອາດຈະແປໄດ້ອີກວ່າ: "ເຮັດດີເພື່ອຕົວເອງ" ຫລື "ປະສົບຜົນສຳເລັດໃນຊີວິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເຂົາ​ຈະ​ໄປ​ຢູ່​ກັບ​ຄົນ​ໃນ​ຍຸກ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ

"ເຂົາຈະໄປບ່ອນທີ່ລຸ້ນພໍ່ຂອງເຂົາເປັນຢູ່." ນີ້ແມ່ນຄຳສຸພາສິດທີ່ມີຄວາມ ຫມາຍວ່າເສດຖີຄົນນີ້ຈະຕາຍ ແລະເຂົ້າຮ່ວມບັນພະບຸຣຸດຂອງເຂົາໃນຂຸມຝັງສົບ. ອາດຈະແປໄດ້ອີກວ່າ: "ເຂົາຈະເຂົ້າຮ່ວມບັນພະບຸຣຸດຂອງລາວໃນຂຸມຝັງສົບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ພວກ​ເຂົາ​ຈະ​ບໍ່​ໄດ້​ເຫັນ​ຄວາມ​ສະ​ຫວ່າງ​ອີກ​ເລີຍ

ຄຳວ່າ "ພວກເຂົາ" ຫມາຍເຖິງເສດຖີແລະບັນພະບຸຣຸດເຂົາ. ຄຳວ່າ "ຄວາມສະຫວ່າງ" ອາດຫມາຍເຖິງດວງຕາເວັນຫລືເປັນການປຽບທຽບຊີວິດ. ອາດຈະແປໄດ້ອີກວ່າ: "ພວກເຂົາຈະບໍ່ເຫັນແສງຕາເວັນອີກຕໍ່ໄປ" ຫລື "ພວກເຂົາຈະບໍ່ມີຊີວິດອີກຕໍ່ໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)