lo_tn/psa/049/014.md

4.4 KiB

ຂໍ້ມູນທົ່ວໄປ:

ຜູ້ຂຽນສືບຕໍ່ພັນລະນາຄົນທີ່ເຊື່ອວ່າຄວາມຮັ່ງມີຂອງພວກເຂົາຈະຊ່ວຍພວກເຂົາ.

​ເປັນ​ເຫມືອນ​ແກະ

ນັກຂຽນປຽບທຽບຄົນທີ່ທຸກຄົນຈະຕາຍກັບຝູງແກະ. ຄືກັນກັບຝູງແກະບໍ່ສາມາດຫນີໄປໄດ້ເມື່ອທີ່ນັກຂ້າສັດຕັດສິນໃຈຂ້າພວກເຂົາ, ດັ່ງນັ້ນມະນຸດຈະບໍ່ລອດເມື່ອມັນເຖິງເວລາທີ່ພວກເຂົາຈະຕາຍ. (ເບິ່ງເພີ່ມເຕີມ rc://*/ta/man/translate/figs-simile)

ພວກ​ເຂົາ​ຖືກ​ກຳ​ນົດ​ໄວ້​

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າໄດ້ແຕ່ງຕັ້ງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຄວາມ​ຕາຍ​ຈະ​ເປັນ​ຜູ້​ລ້ຽງ​ແກະ​ຂອງ​ພວກ​ເຂົາ

ນັກຂຽນເວົ້າກ່ຽວກັບຜູ້ຊາຍທີ່ກຳລັງຈະຕາຍໂດຍການໃຫ້ຕົວຕົນເປັນຜູ້ລ້ຽງທີ່ນຳພາພວກເຂົາໄປສູ່ຂຸມຝັງສົບ. ອາດຈະແປໄດ້ອີກວ່າ: "ຄວາມຕາຍຈະພາພວກເຂົາໄປຄືກັບຜູ້ລ້ຽງແກະພາໂຕແກະໄປຂ້າ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-metaphor]])

ໃນ​ຍາມ​ເຊົ້າ

ຕໍ່ໄປນີ້ແມ່ນຄຳວ່າ "ເຊົ້າ" ແມ່ນຄຳປຽບທຽບທີ່ກ່າວເຖິງເວລາທີ່ພຣະເຈົ້າຈະປົດປ່ອຍຄົນຊອບທຳ ແລະ ຊ່ວຍພວກເຂົາໃຫ້ພົ້ນຈາກຄົນຊົ່ວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລະ​ຮ່າງ​ກາຍ​ຂອງ​ພວກ​ເຂົາ​ຈະ​ເນົ່າ​ເປື່ອຍ​ໄປ​ໃນ​ແດນ​ຄົນ​ຕາຍ

ນັກຂຽນເວົ້າເຖິງເຊໂອນ, ສະຖານທີ່ຂອງຄົນຕາຍ, ຄືກັບວ່າມັນແມ່ນຄົນຫລືສັດ. ພຣະອົງກ່າວເຖິງການເນົ່າເປື່ອຍຂອງສົບຕ່າງໆຄືກັບແດນຄົນຕາຍກຳລັງກິນພວກມັນຢູ່. ອາດຈະແປໄດ້ອີກວ່າ: "ຮ່າງກາຍຂອງພວກເຂົາຈະເນົ່າເປື່ອຍຢູ່ໃນຂຸມຝັງສົບ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-metaphor]])

ພ​ຣະ​ເຈົ້າ​ຈະ​ຊົງ​ໄຖ່​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ຈາກ​ອຳ​ນາດ​ຂອງ​ແດນ​ຄົນ​ຕາຍ

ນັກກຂຽນເວົ້າເຖິງແດນຄົນຕາຍຄືກັບວ່າມັນເປັນຄົນທີ່ມີອຳນາດເຫນືອຜູ້ທີ່ຕາຍໄປ. ຈາກສະພາບການ, ມັນກໍ່ຫມາຍຄວາມວ່າ ອຳນາດນີ້ຫມາຍເຖິງການກິນຊາກສົບຂອງຄົນຕາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

​ພ​ຣະ​ເຈົ້າ​ຈະ​ຊົງ​ໄຖ່​ຊີ​ວິດ​ຂອງ​ຂ້າ​ນ້ອຍ​

ໃນນີ້ຄຳວ່າ "ຊີວິດ" ຫມາຍເຖິງຄົນທັງຫມົດ.ອາດຈະແປໄດ້ອີກວ່າ: "ພຣະເຈົ້າຈະໄຖ່ຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)