lo_tn/psa/048/004.md

3.2 KiB

​ເບິ່ງ​ເຖີດ

ຄຳວ່າ "ເບິ່ງເຖິດ" ທີ່ນີ້ເຕືອນໃຫ້ພວກເຮົາເອົາໃຈໃສ່ກັບຂໍ້ມູນທີ່ຫນ້າປະຫລາດໃຈທີ່ຕາມມາ.

ບັນ​ດາ​ກະ​ສັດ​ໄດ້​ມາ​ຊຸມ​ນຸມ​ກັນ

ນີ້ຫມາຍຄວາມວ່າບັນດາກະສັດຂອງຊາດອື່ນໄດ້ເຕົ້າໂຮມກອງທັບຂອງພວກເຂົາໄວ້.ອາດຈະແປໄດ້ອີກວ່າ: "ເຕົ້າໂຮມກອງທັບຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກ​ເຂົາ​ໄດ້​ຜ່ານ​ໄປ​ພ້ອມ​ກັນ

"ຮ່ວມກັນພວກເຂົາຜ່ານເມືອງເຢຣູຊາເລັມ"

ພວກ​ເຂົາ​ໄດ້​ເຫັນ​ນະ​ຄອນ​ນັ້ນ

"ພວກເຂົາໄດ້ເຫັນເຢຣູຊາເລັມ"

ທໍ້​ໃຈ

"ມີບັນຫາຫລາຍ"

ຄວາມ​ຢ້ານ​ກົວ​ໄດ້​ຄອບ​ງຳ​ພວກ​ເຂົາ​ທີ່​ນັ້ນ

ນັກຂຽນເວົ້າເຖິງຄວາມຢ້ານກົວຂອງກະສັດ ຄືກັບວ່າມັນເປັນຄົນທີ່ເຮັດໃຫ້ກະສັດ ແລະກອງທັບຂອງພວກເຂົາສັ່ນສະເທືອນ.ອາດຈະແປໄດ້ອີກວ່າ: "ພວກເຂົາຕົວສັ່ນດ້ວຍຄວາມຢ້ານກົວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ມີ​ຄວາມ​ເຈັບ​ປວດ​ດັ່ງ​ຕອນ​ທີ່​ຜູ້​ຍິງ​ກຳ​ລັງ​ເກີດ​ລູກ

ນັກຂຽນເວົ້າເຖິງຄວາມຢ້ານກົວຂອງກະສັດຄືກັບວ່າມັນເປັນຄວາມເຈັບປວດທີ່ຜູ້ຍິງຄົນຫນຶ່ງມີປະສົບກັບຄວາມເຈັບປວດໃນການເກີດລູກ ແລະ ເວົ້າເຖິງຄວາມເຈັບປວດນັ້ນຄືກັບວ່າມັນເປັນຄົນ. ຄຳກຳລິຍາອາດມາາຈາກວະລີທີ່ຜ່ານມາ. ອາດຈະແປໄດ້ອີກວ່າ: "ຄວາມເຈັບປວດໄດ້ເຮັດໃຫ້ພວກເຂົາ, ຄືກັບວ່າຜູ້ຍິງກຳລັງເຈັບທ້ອງເກີດລູກຫນັກ" ຫລື "ພວກເຂົາມີຄວາມຢ້ານກົວ, ຄືກັບຜູ້ຍິງຢ້ານທີ່ຈະປະສົບກັບຄວາມເຈັບປວດໃນການເກີດລູກຢ່າງແຮງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-personification]] ແລະ rc://*/ta/man/translate/figs-ellipsis)