lo_tn/psa/047/003.md

4.6 KiB

ພ​ຣະ​ອົງ​ຊົງ​ປາບປະ​ຊາ​ກອນ​ທັງ​ຫລາຍ​ໃຫ້​ຢູ່​ພາຍ​ໃຕ້​ເຮົາ ແລະ​ຊົນ​ຊາດ​ທັງ​ຫລາຍ​ໃຫ້​ຢູ່​ພາຍ​ໃຕ້​ຕີນ​ຂອງ​ເຮົາ

ສອງວະລີນີ້ແມ່ນຂະຫນານກັນ ແລະຫມາຍຄວາມວ່າພຣະເຈົ້າໄດ້ຊ່ວຍໃຫ້ອິດສະຣາເອນເອົາຊະນະສັດຕູຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

​ຊົງ​ປາບ

ເອົາຊະນະແລະວາງອຳນາດພາຍໃຕ້ສິດອຳນາດຂອງຄົນອື່ນ

ຢູ່​ພາຍ​ໃຕ້​ເຮົາ...ຢູ່​ພາຍ​ໃຕ້​ຕີນ​ຂອງ​ເຮົາ

ນັກຂຽນເວົ້າເຖິງການເອົາຊະນະຊົນຊາດອື່ນຄືກັບວ່າມັນກຳລັງເຮັດໃຫ້ຊົຊາດເຫລົ່າານັ້ນຢູ່ໃຕ້ຕີນຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພ​ຣະ​ອົງ​ຊົງ​ເລືອກ​ມໍ​ຣະ​ດົກ​ຂອງ​ເຮົາ​ໄວ້​ໃຫ້​ພວກ​ເຮົາ

ນັກຂຽນເວົ້າເຖິງແຜ່ນດິນອິດສະຣາເອນຄືກັບວ່າມັນເປັນມໍຣະດົກທີ່ພຣະເຈົ້າໄດ້ມອບໃຫ້ປະຊາຊົນເປັນກຳມະສິດຖາວອນ. ອາດຈະແປໄດ້ອີກວ່າ: "ເຂົາເລືອກທີ່ດິນນີ້ເປັນມໍຣະດົກສຳລັບພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເປັນ​ກຳ​ມະ​ສິດ​ຂອງ​ຢາ​ໂຄບ

ໃນທີ່ນີ້ຄຳວ່າ“ລາສີ” ຫມາຍເຖິງແຫລ່ງທີ່ມາຂອງຄວາມພາກພູມໃຈ ແລະ ເປັນຕົວແທນຂອງແຜ່ນດິນທີ່ພຣະເຈົ້າໄດ້ມອບໃຫ້ປະຊາຊົນລາວເປັນມໍຣະດົກ. ອາດຈະແປໄດ້ອີກວ່າ: "ແຜ່ນດິນທີ່ຍາໂຄບມີຄວາມພາກພູມໃຈ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຢາ​ໂຄບ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ຮັກ

ຄຳວ່າ "ຢາໂຄບ" ຫມາຍເຖິງຊົນຊາດອິດສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພ​ຣະ​ເຈົ້າ​ຊົງສະເດັດ​ຂຶ້ນ​ດ້ວຍ​ສຽງ​ໂຫ່​ຮ້ອງ

ນັກຂຽນເວົ້າເຖິງການທີ່ພຣະເຈົ້າເອົາຊະນະຊົນຊາດຕ່າງໆຄືກັບວ່າພຣະເຈົ້າໄດ້ຂຶ້ນຄອງບັນລັງຂອງພຣະອົງເຊິ່ງຕັ້ງຢູ່ໃນພຣະວິຫານ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າໄດ້ສະເດັດໄປໃນພຣະວິຫານໃນຂະນະທີ່ຜູ້ຄົນຮ້ອງຂື້ນ" ຫລື "ພຣະເຈົ້າໄດ້ຂຶ້ນໄປເທິງບັນລັງຂອງພຣະອົງໃນຂະນະທີ່ຜູ້ຄົນຮ້ອງຂື້ນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-explicit]])

ພ​ຣະ​ຢາ​ເວ​ສະເດັດຂຶ້ນ​ດ້ວຍ​ສຽງ​ແກ

ວະລີນີ້ຂະຫນານກັບວະລີທີ່ຜ່ານມາ. ຄຳກິລິຍາອາດຈະຖືກສະຫນອງໃຫ້ເພື່ອຄວາມກະຈ່າງແຈ້ງ. ອາດຈະແປໄດ້ອີກວ່າ: "ພຣະຢາເວໄດ້ກ້າວຂື້ນໃນຂະນະທີ່ຜູ້ຄົນເປົ່າແກ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-ellipsis]])