lo_tn/psa/046/010.md

2.8 KiB

ຈົ່ງ​ງຽບສະຫງົບ​ແລະ​ຮູ້​ວ່າ​ເຮົ​າ​ຄື​ພ​ຣະ​ເຈົ້າ

ນີ້, ພຣະເຈົ້າເລີ່ມຕົ້ນເວົ້າ.

ຈົ່ງ​ງຽບ

ໃນສະພາບການດັ່ງກ່າວ, ຖ້ອຍຄຳເຫລົ່ານີ້ອາດຈະເປັນຄຳສັ່ງໃຫ້ປະຊາຊາດຢຸດສົງຄາມ. ອາດຈະແປໄດ້ອີກວ່າ: "ຢຸດການຕໍ່ສູ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

​ຮູ້​ວ່າ​ເຮົ​າ​ຄື​ພ​ຣະ​ເຈົ້າ

ຕໍ່ໄປນີ້ ຄຳວ່າ “ຮູ້” ຫມາຍຄວາມວ່າຈະເຂົ້າໃຈ ແລະສາລະພາບວ່າ ພຣະຢາເວ ແມ່ນພຣະເຈົ້າທ່ຽງແທ້.

ເຮົາ​ຈະ​ໄດ້​ຮັບ​ການ​ຍົກ​ຍ້ອງ​ໃນ​ທ່າມ​ກາງ​ບັນ​ດາ​ປະ​ຊາ​ຊາດ; ເຮົາ​ຈະ​ໄດ້​ຮັບ​ການ​ຍົກ​ຍ້ອງ​ເທິງ​ແຜ່ນ​ດິນ​ໂລກ

ວະລີສອງຢ່າງນີ້ຫມາຍຄວາມວ່າໂດຍພື້ນຖານແລ້ວມັນແມ່ນສິ່ງດຽວກັນແລະເນັ້ນຫນັກວ່າປະຊາຊົນຂອງທຸກໆຊາດໃນໂລກຈະຍົກຍ້ອງພຣະເຈົ້າ. ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ.ອາດຈະແປໄດ້ອີກວ່າ: "ປະຊາຊົນຈາກທຸກໆຊົນຊາດຈະຍົກຍ້ອງພຣະອົງຂຶ້ນ; ປະຊາຊົນທົ່ວໂລກຈະຍົກຍ້ອງພຣະອົງຂຶ້ນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-activepassive]])

ພ​ຣະ​ຢາ​ເວ ​ຈອມໂຍທາສະຖິດ​ຢູ່​ກັບ​ເຮົາ; ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ເຮົາ​ທັ​ງ​ຫລາຍ

ນັກຂຽນເວົ້າກ່ຽວກັບພຣະເຈົ້າຄືກັບວ່າ ພຣະອົງເປັນສະຖານທີ່ໆຜູ້ຄົນສາມາດໄປເພື່ອຄວາມປອດໄພ. ເບິ່ງວິທີທີ່ທ່ານແປແບບນນີ້ໃນ 46:6. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)