lo_tn/psa/045/005.md

3.9 KiB

ປະ​ຊາ​ຊົນ​ກໍ​ລົ້ມ​ລົງ​ໃຕ້​ພຣ​ະ​ອົງ

ວະລີນີ້ຫມາຍເຖິງກະສັດເອົາຊະນະສັດຕູຂອງເຂົາ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ປະຊາຊົນລົ້ມລົງຢູ່ໃຕ້ຂອງທ່ານດ້ວຍການຍອມຈຳນົນ" ຫລື 2) "ປະຊາຊົນລົ້ມຕາຍຢູ່ໃຕ້ຂອງທ່ານ."

ລູກ​ທະ​ນູ​ຂອງ​ພຣ​ະ​ອົງ​ກໍ​ຢູ່​ໃນ​ຫົວ​ໃຈ​ຂອງ​ພວກ​ສັດ​ຕຣູຂອງ​ພ​ະ​ຣາ​ຊາ

"ລູກສອນຂອງທ່ານໄດ້ແທງຫົວໃຈຂອງສັດຕູຂອງທ່ານ." ນັກຂຽນເວົ້າກັບກະສັດໃນຂະນະທີ່ກ່າວເຖິງກະສັດໃນບຸກຄົນທີສາມ.

ພຣ​ະ​ທີ່​ນັ່ງ​...​ຕະຫລອດໄປແລະຢູ່​ເປັນ​ນິ​​ດ

ຄຳວ່າ “ບັນລັງ” ຫມາຍເຖິງອານາຈັກ ແລະການປົກຄອງຂອງກະສັດ. ອາດຈະແປໄດ້ອີກວ່າ: "ອານາຈັກຂອງເຈົ້າ ... ແມ່ນຕະຫລອດໄປແລະເປັນນິດ" ຫລື "ເຈົ້າຈະປົກຄອງ ... ຕະຫລອດໄປແລະເປັນນິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພຣ​ະ​ທີ່​ນັ່ງ​, ພຣະ​ເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ ຄຳວ່າ“ ພຣະ​ເຈົ້າ” 1) ແມ່ນຕຳແຫນ່ງສຳລັບກະສັດ, ເຊິ່ງເປັນຕົວແທນຂອງພຣະເຈົ້າ ຫລື 2) ດັດແປງຄຳວ່າ “ພຣະທີ່ນັ່ງ” ແລະ ຫມາຍຄວາມວ່າ “ອານາຈັກຂອງທ່ານທີ່ພຣະເຈົ້າໄດ້ມອບໃຫ້ທ່ານ”

ຄະ​ທາ​ແຫ່ງ​ຄວາມ​ຍຸ​ຕິ​ທັມ

ຄຳວ່າ “ຄະທາ” ເປັນຕົວແທນໃຫ້ອຳນາດຂອງກະສັດປົກຄອງອານາຈັກເຂົາ. ອາດຈະແປໄດ້ອີກວ່າ: "ທ່ານປົກຄອງອານາຈັກຂອງທ່ານດ້ວຍຄວາມຍຸດຕິທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພ​ຣະ​ເຈົ້າ, ຊຶ່ງ​ເປັນ​ພ​ຣະ​ເຈົ້າ, ​ຂອງ​ພ​ະ​ອົງ ໄດ້​ຊົງ​​ອວຍພອນ​ພ​ະ​ອົງ​ດ້ວຍ​ນ້ຳ​ມັນ​ແຫ່ງ​ຄວາມ​ຍິນ​ດີ​

ນັກຂຽນເວົ້າເຖິງຄວາມດີໃຈຄືກັບວ່າ ມັນເປັນນໍ້າມັນທີ່ພຣະເຈົ້າໃຊ້ເພື່ອເຈີມກະສັດ. ພຣະເຈົ້າໄດ້ເຈີມເຂົາເປັນການກະທຳທີ່ເປັນສັນຍາລັກເຊິ່ງສະແດງເຖິງການທີ່ພຣະເຈົ້າເລືອກໃຫ້ລາວເປັນກະສັດ. ອາດຈະແປໄດ້ອີກວ່າ: "ເມື່ອພຣະເຈົ້າໄດ້ແຕ່ງຕັ້ງທ່ານໃຫ້ເປັນກະສັດ, ພຣະອົງໄດ້ເຮັດໃຫ້ທ່ານດີໃຈຫລາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/translate-symaction]])