lo_tn/psa/045/003.md

3.6 KiB

ຂໍ​ຊົງ​ຄາດ​ດາບ​ຂອງ​ພະ​ອົງ​ໄວ້​ຂ້າງ​ກາຍ

ນັກຮົບໄດ້ຖືດາບຂອງພວກເຂົາຢູ່ໃນບ່ອນທີ່ມັດຈາກສາຍແອວຮອບຂອງພວກເຂົາ. ດາບຈະຢູ່ທ່າສະແຄງຕໍ່ຫນ້າພວກເຂົາ. ວະລີນີ້ອະທິບາຍເຖິງການກະທຳຂອງຜູ້ໃດຜູ້ຫນຶ່ງທີ່ກຽມພ້ອມສູ້ຮົບ. ອາດຈະແປໄດ້ອີກວ່າ: "ກຽມພ້ອມສຳລັບການສູ້ຮົບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຂີ່​ມ້າ​ຢ່າງ​ມີ​ຊັຍ

ນັກຂຽນບອກກະສັດໃຫ້ຂີ່ມ້າ ຫລືລົດຮົບເພື່ອເອົາຊະນະ.

​ເນື່ອງ​ດ້ວຍ​ຄວາມ​ສັດ​ຈິງ, ຄວາມ​ສຸ​ພາບ​ອ່ອນ​ໂຍນ, ແລະ​ຄວາມ​ຊອບ​ທັມ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ນີ້ແມ່ນຄຸນລັກສະນະຂອງຜູ້ທີ່ມີອຳນາດ. ອາດຈະແປໄດ້ອີກວ່າ: "ເພາະວ່າເຈົ້າເປັນຄົນທີ່ຫນ້າເຊື່ອຖື, ອ່ອນໂຍນ, ແລະຊອບທຳ" ຫລື 2) ນີ້ແມ່ນຄຸນງາມຄວາມດີທີ່ລາວຕໍ່ສູ້ເພື່ອລ້ຽງດູຜູ້ຄົນທີ່ເຂົາປົກຄອງ. ອາດຈະແປໄດ້ອີກວ່າ: "ເພື່ອຮັກສາຄວາມໄວ້ວາງໃຈ, ຄວາມສຸພາບອ່ອນໂຍນແລະຄວາມຊອບທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ມື​ຂວາ​ຂອງ​ພ​ະ​ອົງ​ຈະ​ຊົງ​ສອນ​ເຖິງ​ສິ່ງ​ທີ່ຍິ່ງ​ໃຫຍ່ແກ່​ພ​ະ​ອົງ

ທະຫານສ່ວນໃຫຍ່ຖືດາບຂອງເຂົາເຈົ້າດ້ວຍມືຂວາເມື່ອພວກເຂົາຕໍ່ສູ້. ໃນນີ້, ວະລີທີ່ວ່າ "ມືຂວາ" ຫມາຍເຖິງຄວາມສາມາດໃນການຕໍ່ສູ້ຂອງເຂົາ, ເຊິ່ງນັກຂຽນເວົ້າເຖິງວ່າມັນເປັນຄົນທີ່ສາມາດສອນກະສັດໄດ້ຜ່ານປະສົບການທີ່ເຂົາໄດ້ຮັບໃນການສູ້ຮົບ. ອາດຈະແປໄດ້ອີກວ່າ: "ທ່ານຈະຮຽນຮູ້ທີ່ຈະເຮັດໃຫ້ການທະຫານທີ່ຍິ່ງໃຫຍ່ໂດຍການສູ້ຮົບໃນຫລາຍບັ້ນຮົບ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-personification]])

ສອນ​ເຖິງ​ສິ່ງ​ທີ່ຍິ່ງ​ໃຫຍ່

"ການກະທຳທີ່ຫນ້າຢ້ານ." ນີ້ຫມາຍເຖິງໄຊຊະນະທາງທະຫານທີ່ເຮັດໃຫ້ສັດຕູຂອງເຂົາຢ້ານກົວເຂົາ ແລະພັນທະມິດຂອງກໍເຄົາລົບເຂົາ.