lo_tn/psa/044/023.md

4.1 KiB

ຂໍ​ຊົງ​ລຸກ​ຂຶ້ນ, ​ຂ້າແດ່ອົງພຣະຜູ້ເປັນເຈົ້າ

ນີ້ບໍ່ໄດ້ຫມາຍຄວາມວ່າພຣະເຈົ້າກຳລັງນອນຫລັບຢູ່. ນັກຂຽນເວົ້າເຖິງຄວາມບໍ່ມີປະໂຫຍດຂອງພຣະເຈົ້າ ຄືກັບວ່າພຣະເຈົ້າກຳລັງນອນຫລັບຢູ່. ເຂົາຖາມຄຳຖາມທີ່ຈະຕິຕຽນພຣະເຈົ້າເພາະປະກົດວ່າບໍ່ສົນໃຈບັນຫາຂອງພວກເຂົາ. ອາດຈະແປໄດ້ອີກວ່າ: "ຕື່ນຂື້ນ! ຂ້ານ້ອຍຮູ້ສຶກຄືກັບວ່າພຣະອົງກຳລັງນອນຫລັບຢູ່, ພຣະຜູ້ເປັນເຈົ້າ!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-metaphor]])

ດ້ວຍເຫດໃດພ​ຣະ​ອົງ​ຊົງຫລັບ​ຢູ່

ນັກຂຽນເວົ້າເຖິງການປະຕິເສດຂອງພຣະເຈົ້າ ຕໍ່ອິດສະຣາເອນຄືກັບວ່າພຣະອົງກຳລັງປະຖິ້ມເຄື່ອງນຸ່ງທີ່ບໍ່ຕ້ອງການ. ເບິ່ງວິທີ ທີ່ທ່ານແປປະໂຫຍກທີ່ຄ້າຍຄືກັນໃນ 44:9. ອາດຈະແປໄດ້ອີກວ່າ: "ຢ່າປະຕິເສດພວກຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຫດໃດພ​ຣະ​ອົງ​ຊົງ​ລີ້​ຫນ້າ​ຂອງ​ພ​ຣະ​ອົງ​...​ກົດ​ຂີ່​ຂອງ​ພວກ​ຂ້າ​ນ້ອຍ​ທັງ​ຫລາຍ

ນັກຂຽນໃຊ້ຄຳຖາມນີ້ຈົ່ມວ່າພຣະເຈົ້າປະກົດວ່າບໍ່ສົນໃຈພວກເຂົາ. ອາດຈະແປໄດ້ອີກວ່າ: "ຢ່າປິດບັງຫນ້າຂອງພຣະອົງ ... ການກົດຂີ່ຂອງພວກຂ້ານ້ອຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຊົງ​ລີ້​ຫນ້າ​ຂອງ​ພ​ຣະ​ອົງ

ນັກຂຽນເວົ້າເຖິງພຣະເຈົ້າທີ່ບໍ່ສົນໃຈພວກເຂົາ ຄືກັບວ່າພຣະເຈົ້າກຳລັງປິດບັງໃບຫນ້າຂອງພຣະອົງ ເພື່ອພຣະອົງຈະບໍ່ເຫັນພວກເຂົາ. ອາດຈະແປໄດ້ອີກວ່າ: "ບໍ່ສົນໃຈພວກຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຊົງ​ລືມ​ຄວາມ​ທຸກ​ຍາກ​ແລະ​ການ​ຖືກ​ກົດ​ຂີ່​ຂອງ​ພວກ​ຂ້າ​ນ້ອຍ​ທັງ​ຫລາຍ

ຄຳວ່າ "ຄວາມທຸກ" ແລະ "ການກົດຂີ່" ຫມາຍຄວາມວ່າໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະເນັ້ນຫນັກ ເຖິງຄວາມຮ້າຍແຮງຂອງຄວາມທຸກທໍລະມານຂອງພວກເຂົາ. ຄຳເຫລົ່ານີ້ອາດຈະຖືກແປເປັນຄຳກິລິຍານຳອີກ. ອາດຈະແປໄດ້ອີກວ່າ: "ລືມວ່າປະຊາຊົນຂົ່ມເຫັງພວກເຮົາ ແລະກົດຂີ່ຂົ່ມເຫັງພວກເຮົາ" ຫລື "ລືມວ່າປະຊາຊົນຂົ່ມຂູ່ພວກເຮົາຢ່າງຫລວງຫລາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-abstractnouns]] ແລະ [[rc:///ta/man/translate/figs-doublet]])