lo_tn/psa/044/015.md

2.9 KiB

ຄວາມ​ພາຍ​ແພ້​ຂອງ​ຂ້າ​ນ້ອຍ​ຢູ່​ຕໍ່​ຫນ້າ​ຂ້າ​ນ້ອຍ

ນັກຂຽນເວົ້າເຖິງຄວາມບໍ່ຊື່ສັດຂອງເຂົາຄືກັບວ່າມັນແມ່ນວັດຖຸທີ່ຢູ່ທາງຫນ້າຂອງເຂົາເພື່ອໃຫ້ເຂົາໄດ້ເຫັນ. ວະລີຫມາຍຄວາມວ່າເຂົາກຳລັງຄິດກ່ຽວກັບຄວາມເສີຍຊື່ສຽງຂອງເຂົາຢູ່ສະເຫມີ. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍຄິດກ່ຽວກັບຄວາມເສີບເມີຍຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລະ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ກໍ​ປົກ​ຄຸມ​ຂ້າ​ນ້ອຍ​ໄວ້

ນັກຂຽນເວົ້າເຖິງຄວາມອັບອາຍຂອງເຂົາຄືກັບວ່າມັນເປັນວັດຖຸທີ່ປົກຄຸມເຂົາຄືກັບຜ້າຫົ່ມຈະປົກຄຸມເຂົາ.ອາດຈະແປໄດ້ອີກວ່າ: "ຄວາມອັບອາຍຂອງໃບຫນ້າຂອງຂ້ານ້ອຍໄດ້ຄອບງໍາຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄວາມ​ອັບ​ອາຍ​ຂາຍ​ຫນ້າຂອງຂ້ານ້ອຍ

"ຄວາມອັບອາຍທີ່ສະແດງຢູ່ໃນໃບຫນ້າຂອງຂ້ານ້ອຍ." ນີ້ຫມາຍເຖິງການສະແດງອອກທາງຫນ້າຂອງເຂົາທີ່ຄວາມອາຍຂອງເຂົາກໍ່ໃຫ້ເກີດ.

ເນື່ອງ​ດ້ວຍ​ສຽງ​ຂອງ​ຄົນ​ທີ່​ເຢາະ​ເຢີ້ຍ​ແລະ​ດູ​ຫມິ່ນ

ນີ້ແມ່ນຄຳວ່າ "ສຽງ" ຫມາຍເຖິງສິ່ງທີ່ຄົນເວົ້າ. ອາດຈະແປໄດ້ອີກວ່າ: "ຍ້ອນສິ່ງທີ່ຄົນເວົ້າວ່າຜູ້ທີ່ຕຳນິ ແລະໃສ່ຮ້າຍຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຢາະ​ເຢີ້ຍ​ແລະ​ດູ​ຫມິ່ນ

ຄຳສັບເຫລົ່ານີ້ມີຄວາມຫມາຍຄ້າຍຄືກັນ ແລະ ເນັ້ນຫນັກເຖິງລັກສະນະທີ່ໂຫດຮ້າຍຂອງສິ່ງທີ່ຄົນນີ້ເວົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)