lo_tn/psa/044/009.md

2.4 KiB

ພ​ຣະ​ອົງ​ໄດ້​ຊ​ົງ​ຖິ້ມ​ຂ້າ​ນ້ອຍ​ທັງ​ຫລາຍ​

ນັກຂຽນເວົ້າເຖິງການປະຕິເສດຂອງພຣະເຈົ້າຕໍ່ອິດສະຣາເອນຄືກັບວ່າພຣະອົງກຳລັງປະຖິ້ມເຄື່ອງນຸ່ງທີ່ບໍ່ຕ້ອງການ. ອາດຈະແປໄດ້ອີກວ່າ: "ປະຕິເສດພວກຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ຢຶດ​​

ຊັບພະຍາກອນແລະຊັບສົມບັດທີ່ກອງທັບໄດ້ລວບລວມຫລັງຈາກໄດ້ຊະນະການສູ້ຮົບ

ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ເປັນ​ຄື​ແກະ​ທີ່​ຖືກ​ໃຊ້​ເພື່ອ​ເປັນ​ອາ​ຫານ

ຜູ້ຂຽນປຽບທຽບຊາວອິດສະຣາເອນກັບແກະທີ່ຜູ້ຄົນຂ້າແລະກິນ. ຄືກັບແກະບໍ່ມີຄວາມສິ້ນຫວັງຕໍ່ພວກທີ່ຂ້າພວກເຂົາ, ດັ່ງນັ້ນຊາວອິດສະຣາເອນກໍ່ສິ້ນຫວັງຢູ່ຕໍ່ຫນ້າສັດຕຣູຂອງພວກເຂົາ. ອາດຈະແປໄດ້ອີກວ່າ: "ທ່ານໄດ້ອະນຸຍາດໃຫ້ສັດຕຣູຂອງພວກເຮົາ ຂ້າພວກເຮົາຄືພວກເຂົາຈະຂ້າແກະ ແລະກິນມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

​ທີ່​ຖືກ​ໃຊ້​ເພື່ອ​ເປັນ​ອາ​ຫານ

"ມີຈຸດປະສົງເພື່ອກາຍເປັນອາຫານທີ່ຄົນເຮົາກິນ"

ກະ​ແຈກ​ກະ​ຈາຍ​ຂ້າ​ນ້ອຍ​ທັງ​ຫລາຍ​ໄປ​ທ່າມ​ກາງ​ຊົນ​ຊາດ​ຕ່າງໆ

"ເຮັດໃຫ້ພວກເຮົາມີຊີວິດຢູ່ໃນຫລາຍຊົນຊາດທີ່ແຕກຕ່າງກັນ"