lo_tn/psa/044/003.md

3.2 KiB

ໂດຍດາບຂອງພວກເຂົາເອງ

ຄຳວ່າ “ດາບ” ຫມາຍເຖິງກຳລັງທະຫານ. ອາດຈະແປໄດ້ອີກວ່າ: "ໂດຍການຕໍ່ສູ້ດ້ວຍດາບຂອງພວກເຂົາ" ຫລື"ໂດຍກຳລັງຂອງກອງທັບຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ແລະ​ແຂນ​ຂອງ​ພວກ​ເຂົາ

ນີ້ຄຳວ່າ "ແຂນ" ຫມາຍເຖິງອຳນາດ. ອາດຈະແປໄດ້ອີກວ່າ: "ພະລັງຂອງຕົນເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ແລະ​ໂດຍ​ຄວາມ​ສະ​ຫວ່າງ​ແຫ່ງ​ພ​ຣະ​ພັກ​ຂອງ​ພ​ຣະ​ອົງ

ທ່ານອາດຈະໃຫ້ຄຳກິລິຍາສຳລັບວະລີນີ້. ອາດຈະແປໄດ້ອີກວ່າ: "ແລະແສງສະຫວ່າງຂອງໃບຫນ້າຂອງພຣະອົງໄດ້ຮັບທີ່ດິນເພື່ອເປັນກຳມະສິດຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

​ພຣະຫັດ​ຂວາ​ຂອງ​ພ​ຣະ​ອົງ, ແຂນ​ຂອງ​ພ​ຣະ​ອົງ

ນີ້ແມ່ນຄຳວ່າ “ພຣະຫັດ” ແລະ “ແຂນ” ທັງສອງກ່າວເຖິງອຳນາດຂອງພຣະເຈົ້າ. ລວມເຂົ້າກັນ, ພວກເຂົາເນັ້ນເຖິງຄວາມຍິ່ງໃຫຍ່ຂອງພະລັງຂອງພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ພະລັງທີ່ຍິ່ງໃຫຍ່ຂອງທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-doublet]])

ຄວາມ​ສະ​ຫວ່າງ​ແຫ່ງ​ພ​ຣະ​ພັກ​ຂອງ​ພ​ຣະ​ອົງ

ນັກຂຽນກ່າວເຖິງພຣະຢາເວ ເບິ່ງທີ່ເຫັນອົກເຫັນໃຈຕໍ່ພວກເຂົາແລະເປັນຄົນທີ່ມີຄວາມເມດຕາຕໍ່ພວກເຂົາຄືກັບວ່າພ​ຣະ​ພັກຂອງ ພຣະຢາເວສ່ອງແສງໃຫ້ພວກເຂົາ. ອາດຈະແປໄດ້ອີກວ່າ: "ຄວາມກະລຸນາຂອງທ່ານ" ຫລື "ຄວາມໂປດປານຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຊັຍ​ຊະ​ນະ​ໃຫ້​ແກ່​ຢາ​ໂຄບ​ດ້ວຍ​ເຖີດ

ປະຊາຊົນອິດສະຣາເອນໄດ້ຖືກກ່າວເຖິງໂດຍຊື່ຂອງບັນພະບູຣຸດຂອງພວກເຂົາວ່າ "ຢາໂຄບ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)