lo_tn/psa/042/001.md

2.4 KiB

ຂໍ້ມູນທົ່ວໄປ:

ການຂະຫນານແມ່ນພົບທົ່ວໄປໃນບົດກະວີເຮັບເຣີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])

ສຳ​ຫລັບ​ຄະ​ນະ​ນັກ​ດົນ​ຕຣີ

"ນີ້ແມ່ນເພື່ອໃຫ້ຜູ້ກຳກັບເພງໃນການນະມັດສະການ"

ມາກ​ຊິວ ຄະນະນັກຮ້ອງ

ນີ້ອາດຫມາຍເຖິງແບບຂອງດົນຕຣີ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 32:1.

ດັ່ງ​ກວາງ​ກະ​ເສືອກ​ກະ​ສົນ​ຫາ​ລຳ​ນ້ຳ, ຂ້າ​ນ້ອຍ​ກໍ​ກະ​ຫາຍ​ຫາ​ພ​ຣະ​ອົງ​ນັ້ນ, ຂ້າ​ແດ່​ພ​ຣະ​ເຈົ້າ

ຜູ້ຂຽນປຽບທຽບຄວາມປາຖະຫນາຂອງເຂົາຕໍ່ພຣະເຈົ້າກັບຄວາມປາຖະຫນາຂອງກວາງທີ່ຫິວນໍ້າ

ກະເສືອກກະສົນ

ການຫາຍໃຈຢ່າງຮຸນແຮງຈາກສັດ ຫລື ຄົນທີ່ເມື່ອຍຫລາຍຫລື ຫິວ

ຂ້າ​ນ້ອຍ​ກະ​ຫາຍ​ຫາ​, ພ​ຣະ​ເຈົ້າ...ກະ​ຫາຍ​ຫາ​ພ​ຣະ​ເຈົ້າ

ຜູ້ຂຽນກ່າວເຖິງຄວາມປາຖະຫນາອັນແຮງກ້າຂອງເຂົາສຳລັບພຣະເຈົ້າຄືກັບວ່າເຂົາກຳລັງຫິວນໍ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເມື່ອ​ໃດ​ທີ່​ຂ້າ​ນ້ອຍ​ຈະ​ໄດ້​ມາ​ຢູ່​ຕໍ່​ເບື້ອງ​ພຣະພັກ​ຂອງ​ພ​ຣະ​ເຈົ້າ

ຜູ້ຂຽນບໍ່ໄດ້ຖາມຄຳຖາມນີ້ແຕ່ສະແດງຄວາມປາຖະຫນາອັນແຮງກ້າທີ່ຈະຢູ່ຕໍ່ຫນ້າພຣະເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)