lo_tn/psa/039/012.md

3.0 KiB
Raw Permalink Blame History

ຂໍ​ຊົງ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ ... ຂໍ​ຊົງ​ຟັງ​ຂ້າ​ນ້ອຍ ... ຂໍ​ຊົງ​​ຟັງ​ສຽງ​ຮ້ອງ​ໄຫ້​ຂອງ​ຂ້າ​ນ້ອຍ

ສາມສຳນວນເຫລົ່ານີ້ ພື້ນຖານແລ້ວມີຄວາມຫມາຍຄືກັນ ແລະສະແດງໃຫ້ເຫັນຢ່າງຫນັກແຫນ້ນວ່າຜູ້ຂຽນຕ້ອງໃຫ້ພຣະເຈົ້າຕອບລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຂໍ​ຢ່າ​ຊົງ​ເສີຍ​ຕໍ່​ຂ້າ​ນ້ອຍ

ຜູ້ຂຽນເວົ້າກ່ຽວກັບການຂາດການຕອບຂອງພຣະຢາເວທີມີຕໍ່ລາວເຫມືອນກັບວ່າ ພຣະຢາເວຫູຫນວກ. ອາດແປໄດ້ອີກວ່າ: "ຢ່າໄປຕິເສດຂ້ານ້ອຍຖ້າພຣະອົງບໍ່ໄດ້ຍິນຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ຂ້າ​ນ້ອຍ​ເປັນ​ຄື​ຄົນ​ຕ່າງ​ດ້າວ​ສຳລັບ​ພ​ຣະ​ອົງ, ເປັນ​ຜູ້​ລີ້​ໄພ

ຜູ້ຂຽນເວົ້າກ່ຽວກັບການຂາດການຕອບຂອງພຣະຢາເວທີມີຕໍ່ລາວເຫມືອນກັບວ່າ ພຣະຢາເວເບິ່ງລາວເປັນຄືກັນກັບຄົນແປກຫນ້າສຳລັບພຣະອົງ. ອາດແປໄດ້ອີກວ່າ: "ຂ້ານ້ອຍເປັນເຫມືອນຄົນແປກຫນ້າສຳລັບພຣະອົງຢ່າງສິ້ນເຊິງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຂໍ​ຢ່າ​ຊົງ​ຈ້ອ​ງ​ເບິ່ງ​ຂ້າ​ນ້ອຍ​

ທີ່ນີ້ "ການຈ້ອງເບິ່ງຂອງພຣະອົງ" ເປັນຕົວແທນເຖີງການລົງໂທດຂອງພຣະຢາເວ. ອາດແປໄດ້ອີກວ່າ: "ໂຜດຢຸດການລົງໂທດຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

​ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ຍິ້ມ​ອີກ​ຄັ້ງ

ທີ່ນີ້ "ຍິ້ມ" ເປັນການກ່ຽວຂ້ອງກັບຄວາມສຸກ. ອາດແປໄດ້ອີກວ່າ: "​ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ມີຄວາມສຸກ​ອີກ​ຄັ້ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)