lo_tn/psa/039/010.md

2.8 KiB

​ຂໍ​ຢ່າ​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ບາດ​ເຈັບ​ເລີຍ

ການລົງໂທດຂອງພຣະເຈົ້າຂອງຜູ້ຂຽນຖືກເວົ້າເຫມືອນກັບວ່າພຣະເຈົ້າກຳລັງເຮັດໃຫ້ລາວບາດເຈັບດ້ວອາວຸດ. ອາດແປໄດ້ອີກວ່າ: "ໂຜດຢຸດການລົງໂທດຂ້ານ້ອຍດ້ວຍ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂ້າ​ນ້ອຍ​ຈົມ​ຢູ່​ໃນ​ຄວາມ​ອັນ​ຕະ​ຣາຍ​

"ຂ້ານ້ອຍຖືກທຳລາຍຢ່າງສິ້ນເຊິງ"

​ແຫ່ງ​ມື​ຂອງ​ພ​ຣະ​ອົງ

ການລົງໂທດຂອງພຣະເຈົ້າຂອງຜູ້ຂຽນຖືກເວົ້າເຫມືອນກັບວ່າພຣະເຈົ້າກຳລັງຕີລາວດ້ວຍກຳປັ້ນຂອງພຣະອົງ. ທີ່ນີ້ "ມື" ເປັນຕົວແທນເຖິງການພິພາກສາຂອງພຣະເຈົ້າ. ອາດແປໄດ້ອີກວ່າ: "ການພິພາກສາຂອງພຣະອົງຢູ່ເທິງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ກິນ​ສິ່ງ​ທີ່​ພວກ​ເຂົາ​ປຣາຖນາ​ໄປ​ຄື​ແມງ​ມັນ​ແມງ​ເມົ່າ

ພຣະເຈົ້າຈະເອົາສິ່ງຕ່າງໆທີ່ພວກເຂົາເຫັນວ່າມີຄຸນຄ່າອອກໄປໃນທາງດຽວກັນກັບວ່າແມງເມົ່າກິນຊິ້ນສ່ວນຂອງເສື້ອຜ້າ. ອາດແປໄດ້ອີກວ່າ: "ກິນສິ່ງຕ່າງໆຕາມທີ່ພວກເຂົາປາຖະຫນາເຫມືອນກັບກິນເສື້ອຜ້າໃຫ້ຫມົດໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ປະ​ຊາ​ກອນ​ທັ​ງ​ຫມົດ​ນັ້ນ​ໄຮ້​ຄ່າ​ເປັນ​ແຕ່​ພຽງ​ໄອ​ນ້ຳ

ຜູ້ຂຽນເວົ້າກ່ຽວກັບຄົນໄຮ້ຄ່າເຫມືອນກັບວ່າ ພວກເຂົາເປັນອາຍນໍ້າທີ່ຫາຍໄປຢ່າງໄວວາ. ອາດແປໄດ້ອີກວ່າ: "ທຸກໆຄົນເປັນຄົນອ່ອນຢ່າງຫມົດສິ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)