lo_tn/psa/039/001.md

2.7 KiB

ຂໍ້ມູນທົ່ວໄປ:

ການປຽບທຽບຄົນທົ່ວໄປໃນກາບກອນເຮັບເຣີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])

ເຖິງ​ຄະ​ນະ​ດົນ​ຕຣີ

"ນີ້ແມ່ນສຳລັບຜູ້ກຳກັບເພງທີ່ໃຊ້ໃນການນະມັດສະການ"

ເຈ​ດູ​ທັນ

ຫນຶ່ງໃນຫົວຫນ້ານັກດົນຕຣີໄດ້ມີຊື່ຄືກັນນີ້ອາດຫມາຍເຖິງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ດາວິດຂຽນເພງສັນຣະເສີນຫລື 2) ເພງສັນຣະເສີນກ່ຽວກັບດາວິດຫລື 3) ເພງສັນຣະເສີນໃນຮູບແບບຂອງເພງສັນຣະເສີນຂອງດາວິດ.

ຂ້າ​ນ້ອຍ​ຈະ​ເຝົ້າ​ຣະ​ວັງ​ສິ່ງ​ທີ່​ຂ້າ​ນ້ອຍ​ເວົ້າ

ທີ່ນີ້ "ເຝົ້າ​ຣະ​ວັງ​" ເປັນສຳນວນທີ່ຫມາຍເຖິງ "ການເອົາໃຈໃສ່." ອາດແປໄດ້ອີກວ່າ: "ຂ້ານ້ອຍຈະເອົາໃຈໃສ່ກັບສິ່ງຕ່າງໆທີ່ຂ້ານ້ອຍເວົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

​ເພື່ອ​ຂ້າ​ນ້ອຍ​ຈະ​ບໍ່​ເຮັດ​ບາບ​ດ້ວຍ​ລິ້ນ​ຂອງ​ຂ້າ​ນ້ອຍ

ທີ່ນີ້ "ລິ້ນ" ເປັນຕົວແທນເຖີງຄຳເວົ້າຂອງຜູ້ຂຽນ. ອາດແປໄດ້ອີກວ່າ: "ເພື່ອ​ຂ້າ​ນ້ອຍ​ຈະ​ບໍ່​ເວົ້າຊົ່ວຮ້າຍຕໍ່ສູ້ພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

​ປິດ​ປາກ​

"​ປິດ​ປາກ​" ຫມາຍເຖີງປິດປາກໄວ້. ທີ່ນີ້ດາວິດຫມາຍຄວາມວ່າລາວຈະບໍ່ເວົ້າໃນຂະນະທີ່ຢູ່ກັບຄົນຊົ່ວຮ້າຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)