lo_tn/psa/038/003.md

2.4 KiB

ຂໍ້ມູນທົ່ວໄປ:

ດາວິດສືບຕໍ່ບັນເຖີງຄວາມຜິດບາບຂອງລາວ ແລະຄວາມອັບອາຍທີ່ເຮັດກັບຮ່າງກາຍຂອງລາວ. ລາວໃຊ້ຄຳເວົ້າເກີນຄວາມຈິງເພື່ອເນັ້ນໃຫ້ເຫັນຜົນຂອງບົດຮຽນນີ້.

ເປັນ​ເພາະ​ຄວາມ​ບາບ​ຂອງ​ຂ້າ​ນ້ອຍກະ​ດູກ​ຂອງ​ຂ້າ​ນ້ອຍຈຶ່ງ​ບໍ່​ມີ​ສະ​ພາບ​ດີ​ເລີຍ

ທີ່ນີ້ "ກະ​ດູກ​ຂອງ​ຂ້າ​ນ້ອຍ" ເປັນຕົວແທນເຖິງຮ່າງກາຍຂອງຜູ້ຂຽນ. ອາດແປໄດ້ອີກວ່າ: "ຮ່າງກາຍທັງຫມົດເປັນພະຍາດຍ້ອນຄວາມບາບຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຄວາມ​ຜິດ​ບາບ​ຂອງ​ຂ້າ​ນ້ອຍ​ຖ້ວມ​ຂ້າ​ນ້ອຍ

ຄວາມຜິດບາບທັງຫລາຍຂອງຜູ້ຂຽນຖືກເວົ້າເຫມືອນກັບວ່າພວກເຂົາເປັນນໍ້າຖ້ວມທີ່ປົກຄຸມລາວໄວ້. ອາດແປໄດ້ອີກວ່າ: "ຄວາມຜິດບາບຂອງຂ້ານ້ອຍຖືກປົກປິດເຫມືອນກັບວ່ານໍ້າຖ້ວມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ມັນ​ເປັນ​ພາ​ຣະ​ທີ່​ຫນັກ​ເກີນ​ໄປ​ສຳ​ຫລັບ​ຂ້າ​ນ້ອຍ

ຄວາມຜິດບາບທັງຫລາຍຂອງຜູ້ຂຽນຖືກເວົ້າເຫມືອນກັບວ່າພວກມັນເປັນຂອງຫນັກທີ່ລາວບໍ່ສາມາດຍົກໄດ້. ອາດແປໄດ້ອີກວ່າ: "ພວກມັນເປັນເຫມືອນກັບຂອງຫນັກທີ່ຫນັກເກີນໄປສຳລັບຂ້ານ້ອຍທີ່ຈະຍົກໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)