lo_tn/psa/038/001.md

2.9 KiB

ຂໍ້ມູນທົ່ວໄປ:

ການປຽບທຽບຄົນທົ່ວໄປໃນກາບກອນເຮັບເຣີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])

ບົ​ດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ດາວິດຂຽນເພງສັນຣະເສີນ ຫລື 2) ເພງສັນຣະເສີນກ່ຽວກັບດາວິດ ຫລື 3) ເພງສັນຣະເສີນໃນຮູບແບບຂອງເພງສັນຣະເສີນຂອງດາວິດ.

ຂໍ​ຢ່າ​​ນາບຂູ່ຂ້າ​ນ້ອຍ​ດ້ວຍ​ຄວາມ​​ຮ້າຍ​ຂອງ​ພ​ຣະ​ອົງ ... ຂໍ​ຢ່າ​ຊົງ​ລົງ​ໂທດ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ

ສຳນວນເຫລົ່ານີ້ພື້ນຖານແລ້ວມີຄວາມຫມາຍເຖິງສິ່ງດຽວກັນ ແລະ ແນວຄວາມຄິດຖືກເວົ້າຊໍ້າເພື່ອເນັ້ນຫນັກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ລູກ​ທະ​ນູ​ຂອງ​ພ​ຣະ​ອົງ​ປັກ​ເຂົ້າ​ໃນ​ຕົວ​ຂ້າ​ນ້ອຍ

ການລົງໂທດຂອງພຣະຢາເວທີ່ແຕກຕ່າງກັນຂອງຜູ້ຂຽນຖືກເວົ້າເຫມືອນກັບວ່າພຣະຢາເວໄດ້ຍິງລູກທະນູໃສ່ຜູ້ຂຽນ. ອາດແປໄດ້ອີກວ່າ: "ການລົງໂທດຂອງພຣະອົງເປັນຄວາມເຈັບປວດເຫມືອນກັບວ່າພຣະອົງໄດ້ຍິນລູກທະນູໃສ່ຂ້ານ້ອຍ" (ເບິ່ງເພີ່ມເຕີມ: gs_metaphor)

​ມື​ຂອງ​ພ​ຣະ​ອົງ​ໄດ້​ກົດ​ຂ້າ​ນ້ອຍ​ລົງ

ການລົງໂທດຂອງພຣະຢາເວຂອງຜູ້ຂຽນ ຖືກເວົ້າເຫມືອນກັບວ່າພຣະຢາເວໄດ້ບົດຂະຢີ່ຜູ້ຂຽນດ້ວຍມືຂອງພຣະອົງ. ທີ່ນີ້ "ມື" ຫມາຍເຖິງຣິດອຳນາດຂອງພຣະຢາເວ. ອາດແປໄດ້ອີກວ່າ: "ຣິດອຳນາດຂອງພຣະອົງໄດ້ກົດຂ້ານ້ອຍລົງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])