lo_tn/psa/037/031.md

3.1 KiB
Raw Permalink Blame History

​ກົດ​ບັນ​ຍັດ​ຂອງ​ພ​ຣະ​ເຈົ້າ​ຂອງ​ເຂົາ​ຢູ່​ໃນ​ໃຈ​ຂອງ​ເຂົາ

ທີ່ນີ້ "ຢູ່​ໃນ​ໃຈ​ຂອງ​ເຂົາ" ຫມາຍເຖິງສ່ວນເລິກພາຍໃນຄົນນັ້ນ. ອາດແປໄດ້ອີກວ່າ: "ລາວໄດ້ສະສົມກົດບັນຍັດຂອງພຣະເຈົ້າໄວ້ສ່ວນເລິກພາຍໃຈລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຕີນ​ຂອງ​ເຂົາ​ຈະ​ບໍ່​ມື່ນຖະໄຫລ

ທີ່ນີ້ແມ່ນບໍ່ເຊື່ອຟັງພຣະຢາເວ ຖືກເວົ້າເຫມືອນກັບວ່າມື່ນຖະໄຫລ່ໃນທາງທີ່ປອດໄພ ແລະລົ້ມລົງ. ອາດແປໄດ້ອີກວ່າ: "ລາວຈະຍ່າງໃນທາງຂອງພຣະເຈົ້າຢ່າງປອດໄພຕາມທີ່ພຣະເຈົ້າຕ້ອງການໃຫ້ລາວຍ່າງໄປ" ຫລື "ລາວຈະເຮັດສິ່ງຕ່າງໆຢ່າງປອດໄພຕາມທີ່ພຣະເຈົ້າຕ້ອງການໃຫລ້ເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນ​ຊົ່ວ​ ... ຄົນ​ຊອບ​ທັມ​ ... ຄົນ​ຊົ່ວ

ເຫລົ່ານີ້ບໍ່ໄດ້ຫມາຍເຖິງຄົນໂດຍສະເພາະເຈາະຈົງ. ພວກເຂົາຫມາຍເຖິງປະເພດຂອງຄົນໂດຍທົ່ວໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ເບິ່ງ​ຄົນ​ຊອບ​ທັມ

ການເບິ່ງໃນທີ່ນີ້ຫມາຍເຖິງການສຳຫລວດຄົນຊອບທຳເພື່ອເຮັດອັນຕະຣາຍກັບພວກເຂົາ. ອາດແປໄດ້ອີກວ່າ: "ລໍຖ້າທຳຮ້າຍຄົນຊອບທັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເງື້ອມ​ມື​ຂອງ​ຄົນ​ຊົ່ວ

ທີ່ນີ້ "ມື" ຫມາຍເຖິງອຳນາດ ຫລືການຄວບຄຸມ. ອາດແປໄດ້ອີກວ່າ: "ອຳນາດຂອງຄົນຊົ່ວຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

​ເມື່ອ​ພ​ຣະ​ອົງ​ຊົງ​ພິ​ພາກ​ສາ

ທີ່ນີຫມາຍເຖິງການຕັດສິນຂອງພຣະຢາເວຕໍ່ຄົນຊອບທັມ. ອາດແປໄດ້ອີກວ່າ: "ເມື່ອພຣະຢາເວຕັດສິນລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)