lo_tn/psa/037/028.md

3.4 KiB

ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ຮັກສາ​ໄວ້​​ຕະ​ຫລອດ​ໄປ​ເປັນ​ນິ​ດ

ປະໂຫຍກກົງນີ້ສາມາດຖືກລະບຸໃຫ້ເປັນປະໂຫຍກກົງໄດ້. ອາດແປໄດ້ອີກວ່າ: "ພຣະຢາເວຈະປົກປ້ອງພວກເຂົາຕະຫລອດໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຈະ​ຖືກ​ຕັດ​ອອກ​ໄປເສຍ

ການທຳລາຍຄົນຊົ່ວຮ້າຍຖືກເວົ້າເຫມືອນກັບວ່າ ພວກເຂົາເປັນກິ່ງໄມ້ຂອງພືດພັນທີ່ຖືກຕັດອອກໄປແລະໂຍນມັນຖີ້ມ. ເບິ່ງເພີ່ມເຕີມວິທີການແປທີ່ສຳນວນຄ້າຍຄືກັນໃນ 37:8. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນ​ຊອບ​ທັມ​

ນີ້ຫມາຍເຖິງຄົນຜູ້ທີ່ເປັນຄົນຊອບທັມ. ອາດແປໄດ້ອີກວ່າ: "ຄົນຊອບທັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-nominaladj)

​ໄດ້​ຮັບ​ແຜ່ນ​ດິນ​ເປັນ​ມໍ​ຣະ​ດົກ

ຊັບສິນຂອງແຜ່ນດິນຖືກເວົ້າເຫມືອນກັບວ່າ ມັນໄດ້ຮັບເຫມືອນເປັນມໍຣະດົກ. ເບິ່ງວິທີການແປນີ້ເພີ່ມເຕີມໃນ 37:8. ອາດແປໄດ້ອີກວ່າ: "ຈະໄດ້ຮັບແຜ່ນດິນເຫມືອນເປັນກຳມະສິດຂອງພວກເຂົາເອງ" ຫລື "ຈະອາໄສຢູ່ໃນແຜ່ນດິນຢ່າງປອດໄພ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ປາກ​ຂອງ​ຄົນ​ຊອບ​ທັມ

ທີ່ນີ້ "ປາກ" ເປັນຕົວແທນເຖີງຄົນທັງຄົນຜູ້ທີ່ເວົ້ານັ້ນ. ອາດແປໄດ້ອີກວ່າ: "ຄົນຊອບທັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເວົ້າ​ເຖິງ​ປັນ​ຍາ​

ຄຳນາມທີ່ເປັນນາມມະທຳ "ປັນຍາ" ສາມາດຖືກລະບຸໃຫ້ເປັນການກະທຳໄດ້. ອາດແປໄດ້ອີກວ່າ: "ໃຫ້ຄຳແນະນຳທີ່ມີປັນຍາແກ່ຄົນອື່ນໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ເພີ່ມ​ພູນຄວາມ​ຍຸ​ຕິ​ທັມ

ຄຳນາມທີ່ເປັນນາມມະທຳ "ຄວາມຍຸຕິທັມ" ສາມາດຖືກລະບຸໃຫ້ເປັນການກະທຳໄດ້. ອາດແປໄດ້ອີກວ່າ: "ໃຫ້ກຳລັງໃຈຄົນໃຫ້ມີຊີວິດທີ່ຖືກຕ້ອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)