lo_tn/psa/037/014.md

3.1 KiB
Raw Permalink Blame History

​ຄົນ​ຊົ່ວ

ນີ້ຫມາຍເຖີງຄົນຊົ່ວຮ້າຍ. ອາດແປໄດ້ອີກວ່າ: "ຄົນຊົ່ວຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-nominaladj)

ໄດ້​ຖອດ​ດາບ​ຂອງ​ພວກ​ເຂົາ​ອອກ ... ກົ່ງ​ຄັນ​ທະ​ນູ​ເພື່ອ​ຍິງ​ໄປ​ຍັງ​ຄົນ

ທັງສອງ "ດາບ" ແລະ "ຄັນທະນູ" ເປັນອາວຸດທີ່ໃຊ້ເພື່ອໂຈມຕີຄົນ. ຄວາມຈິງທີ່ວ່າພວກເຂົາໄດ້ "ຖອດ" ແລະ "ກົ່ງ" ຫມາຍເຖີງພວກເຂົາພ້ອມທີ່ຈະເລີ່ມຕົ້ນໂຈມຕີແລ້ວ. ອາດແປໄດ້ອີກວ່າ: "ມີການກຽມພ້ອມອາວຸດຂອງພວກເຂົາເພື່ອບຸກໂຈມຕີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຖືກ​ຂົ່ມ​ເຫັງ

ນີ້ແມ່ນການທຳລາຍຂອງຄົນທຸກຈົນຖືກເວົ້າເຫມືອນກັບວ່າພວກເຂົາເປັນຫມໍ້ດິນທີ່ຈະແຕກເປັນຕ່ອນໆເມື່ອໂຍນລົງເຖິງພື້ນດິນ. ອາດແປໄດ້ອີກວ່າ: "ທຳລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນ​ທີ່​ຖືກ​ຂົ່ມ​ເຫັງ​ແລະ​ຄົນ​ທີ່​ຂັດ​ສົນ

ທັງສອງສຳນວນເຫລົ່ານີ້ຫມາຍເຖິງປະຊາຊົນຜູ້ທີ່ບໍ່ອຳນາດເພື່ອປົກປ້ອງພວກເຂົາເອງ. ອາດແປໄດ້ອີກວ່າ: "ປະຊາຊົນຜູ້ທີ່ບໍ່ສາມາດຊ່ວຍພວກເຂົາເອງໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ໃຈ​ຂອງ​ພວກ​ຄົນ​ຊົ່ວ​ຈະ​ຖືກ​ແທງ​ດ້ວຍ​ດາບ​ຂອງ​ພວກ​ເຂົ​າ​ເອງ

ດາບເປັນຕົວຢ່າງຂອງອາວຸດຕ່າງໆ ແລະ "ໃຈ" ເປັນຕົວແທນເຖິງປະຊາຊົນ. ເພື່ອ "ເຮັດໃຫ້ໃຈແຕກເປັນຕ່ອນໆ" ເປັນສຳນວນທີ່ຫມາຍຄວາມວ່າ "ການຂ້າ". ອາດແປໄດ້ອີກວ່າ: "ອາວຸດຕ່າງໆຂອງພວກເຂົາຈະກັບຄືນມາຕໍ່ສູ້ພວກເຂົາ ແລະ ພວກເຂົາຈະຖືກຂ້າດ້ວຍພວກເຂົາເອງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-idiom]])