lo_tn/psa/037/011.md

3.1 KiB

ຄົນ​ທີ່​ມີ​ໃຈ​ອ່ອນ​ສຸ​ພາບ

ນີ້ຫມາຍເຖີງປະຊາຊົນຜູ້ທີ່ປັນຄົນໃຈອ່ອນສຸພາບ. ອາດແປໄດ້ອີກວ່າ: "ປະຊາຊົນທີ່ໃຈອ່ອນສຸພາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-nominaladj)

ຈະ​ໄດ້​ຮັບ​ແຜ່ນ​ດິນ​ເປັນ​ມໍ​ຣະ​ດົກ​

ຊັບສິນຂອງແຜ່ນດິນຖືກເວົ້າເຫມືອນກັບວ່າ ມັນໄດ້ຮັບເຫມືອນເປັນມໍຣະດົກ. ເບິ່ງວິທີການແປນີ້ເພີ່ມເຕີມໃນ 37:8. ອາດແປໄດ້ອີກວ່າ: "ຈະໄດ້ຮັບແຜ່ນດິນເຫມືອນເປັນກຳມະສິດຂອງພວກເຂົາເອງ" ຫລື "ຈະອາໄສຢູ່ໃນແຜ່ນດິນຢ່າງປອດໄພ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນ​ຊົ່ວ

ນີ້ບໍ່ໄດ້ຫມາຍເຖິງຄົນໃດຄົນຫນຶ່ງ. ມັນຫມາຍເຖິງຄົນຊົ່ວຮ້າຍໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ຄົນຊົ່ວຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-genericnoun)

​ຄົນ​ຊອບ​ທັມ

ນີ້ບໍ່ໄດ້ຫມາຍເຖີງຄົນໃດຄົນຫນຶ່ງ. ນີ້ຫມາຍເຖີງປະຊາຊົນຜູ້ທີ່ເປັນຄົນຊອບທັມ. ອາດແປໄດ້ອີກວ່າ: "ຄົນຊອບທັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-nominaladj)

ກັດ​ແຂ້ວ​ຄ້ຽວຟັນໃສ່​ເຂົາ

ຄົນຊົ່ວຮ້າຍກຽດຊັງຄົນຊອບທັມຫລາຍທີ່ສຸດ ທີ່ລາວໄດ້ກັດແຂ້ວຄ້ຽວຟັນຂອງລາວພ້ອມກັນກັບສະແດງຄວາມໂກດຮ້າຍຂອງລາວດ້ວຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-symlanguage)

ເວ​ລາ​ຂອງ​ເຂົາ​ໃກ້​ເຂົ້າ​ມາ​ແລ້ວ.

ມັນຫມາຍເຖີງວ່າ "ເວລາຂອງເຂົາ" ຈະເປັນວັນຂອງການພິພາກສາ. ອາດແປໄດ້ອີກວ່າ: "ວັນນັ້ນໃກ້ເຂົ້າມາແລ້ວ ເມື່ອພຣະຢາເວຈະຕັດສິນ ແລະລົງໂທດລາວ" ຫລື "ວັນນັ້ນກຳລັງໃກ້ເຂົ້າມາ ເມື່ອພຣະຢາເວຈະພິພາກສາ ແລະລົງໂທດຄົນຊົ່ວຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)