lo_tn/psa/036/007.md

5.1 KiB
Raw Permalink Blame History

ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ນັ້ນ​ມີ​ຄ່າ​ຫລາຍ

ຄວາມສັດຊື່ແຫ່ງພັນທະສັນຍາຂອງພຣະເຈົ້າຖືກເວົ້າເຫມືອນກັບວ່າມັນເປັນເພັດພອຍທີ່ຫາຍາກ ແລະ ມີລາຄາແພງ. ອາດແປໄດ້ອີກວ່າ: "ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງເຫມືອນກັບເພັດພອຍທີ່ຫາຍາກທີ່ມີຄ່າຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ມະ​ນຸດ​ທັງ​ຫລາຍ​ເຂົ້າ​ລີ້​ພັຍ​

"ປະຊາຊົນສະແຫວງຫາການປົກປ້ອງ"

ມະ​ນຸດ​ທັງ​ຫລາຍ​ເຂົ້າ​ລີ້​ພັຍ​ພາຍ​ໃຕ້​ຮົ່ມ​ປີກ​ຂອງ​ພ​ຣະ​ອົງ

ພຣະເຈົ້າບໍ່ໄດ້ມີປີກແທ້. ນີ້ແມ່ນການປຽບທຽບສຳລັບການປົກປ້ອງຂອງພຣະເຈົ້າ. ອາດແປໄດ້ອີກວ່າ: "ມະ​ນຸດ​ທັງ​ຫລາຍ​ເຂົ້າ​ລີ້​ພັຍໃນພຣະເຈົ້າເຫມືອນນົກນ້ອຍທີ່ຂໍການປົກປ້ອງທີ່​ພາຍ​ໃຕ້​ຮົ່ມ​ປີກ​ຂອງ​ແມ່ພວກມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກ​ເຂົາ​ຈະ​ອີ່​ມ​ຢ່າງ​ອຸ​ດົມ​ສົມ​ບູນ​

ປະໂຫຍກກົງນີ້ສາມາດຖືກລະບຸໃຫ້ເປັນປະໂຫຍກກົງໄດ້. ອາດແປໄດ້ອີກວ່າ: "ພຣະອົງຈະເຮັດໃຫ້ພວກເຂົາ​ອີ່​ມ​ຢ່າງ​ອຸ​ດົມ​ສົມ​ບູນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ດ້ວຍ​ຄວາມ​ຮັ່ງ​ມີ​ດ້ວຍ​ອາ​ຫານ​ອັນດີຂ​ອງ​ພ​ຣະ​ອົງ

ນີ້ບໍ່ໄດ້ຫມາຍຄວາມວ່າພຣະເຈົ້າມີເຮືອນໄວ້ອາຫານ. ນີ້ແມ່ນການປຽບທຽບສຳລັບການຈັດຕຽມຢ່າງອຸດົມສົມບູນ. ອາດແປໄດ້ອີກວ່າ: "ດ້ວຍ​ຄວາມ​ຮັ່ງ​ມີ​ດ້ວຍ​ອາ​ຫານ​ອັນດີຂ​ອງ​ພ​ຣະ​ອົງ" ຫລື "ພ້ອມກັບພຣະພອນຢ່າງອຸດົມຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈະ​ຊົງ​ໃຫ້​ພວກ​ເຂົາ​ດື່ມ​ຈາກ​ແມ່​ນ້ຳ​ແຫ່ງ​ພ​ຣະ​ພອນ​ອັນ​ມີ​ຄ່າ​ຂອງ​ພ​ຣະ​ອົງ

ຈະມີສອງການປຽບທຽບທີ່ນີ້. ການອວຍພອນຂອງພຣະເຈົ້າຢ່າງອຸດົມສົມບູນ ຖືກເວົ້າເຫມືອນກັບວ່າພວກເຂົາເປັນນໍ້າໄຫລ. ຄົນເຫລົ່ານັ້ນທີ່ຮັບພຣະພອນເຫລົ່ານັ້ນຖືກເວົ້າເຫມືອນກັບວ່າພວກມັນເປັນນໍ້າທີ່ພວກເຂົາດື່ມ. ອາດແປໄດ້ອີກວ່າ: "ພ​ຣະ​ພອນ​ອັນ​ມີຄ່າ​ຂອງ​ພ​ຣະ​ອົງເຫມືອນກັບນໍ້າທີ່ໄຫລອອກມາ​ໃຫ້​ພວກ​ເຂົາ​ດື່ມ​." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ນ້ຳ​ພຸ​ແຫ່ງ​ຊີ​ວິດ​

"ແຫລ່ງນໍ້າແຫ່ງຊີວິດ"

ຄວາມ​ສະ​ຫວ່າງໃນ​ແສງ​ສະ​ຫວ່າງ​ຂອງ​ພ​ຣະ​ອົງ

ທີ່ນີ້ "​ຄວາມ​ສະ​ຫວ່າງ" ເປັນການປຽບທຽບສຳລັບຄວາມຮູ້ທີ່ແທ້ຈິງ. ອາດແປໄດ້ອີກວ່າ: "ເມື່ອພຣະອົງໃຫ້ຄວາມສະຫວ່າງ, ພວກເຮົາຈະຮູ້ຄວາມຈິງ" ຫລື "ຄວາມສະຫວ່າງຂອງພຣະອົງເປັນສິ່ງທີ່ເຮັດໃຫ້ພວກເຮົາຮູ້ຈັກຄວາມຈິງກ່ຽວກັບພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)