lo_tn/psa/035/007.md

4.7 KiB

ພວກ​ເຂົາ​ໄດ້​ຫ້າງ​ແຮ້ວໃສ່​ຂ້າ​ນ້ອຍ

ການປຽບທຽບຄົນຊົ່ວຮ້າຍຖືກເວົ້າເຫມືອນກັບວ່າພວກເຂົາເປັນຕາຂ່າຍທີ່ພວກເຂົາຫ້າງແຮ້ວເພື່ອດັກຈັກຜູ້ຂຽນ. ອາດແປໄດ້ອີກວ່າ: "ພວກເຂົາຕ້ອງການຈັບຂ້ານ້ອຍໃນຕາຂ່າຍເຫມືອນສັດໂຕນ້ອຍໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວ​ກ​ເຂົາ​ໄດ້​ຂຸດ​ຂຸມ​ດັກ​ຈັບຊີ​ວິດ​ຂ້າ​ນ້ອຍ

ການປຽບທຽບຄົນຊົ່ວຮ້າຍຖືກເວົ້າເຫມືອນກັບວ່າພວກເຂົາເປັນໄດ້ຂຸດຂຸມທີ່ພວກເຂົາຫ້າງແຮ້ວເພື່ອດັກຈັກຜູ້ຂຽນ. ອາດແປໄດ້ອີກວ່າ: "ພວກເຂົາຕ້ອງການທີ່ຈະຈັບຂ້ານ້ອຍໃນຂຸມເຫມືອນດັກຈັບສັດໃຫຍ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຊີ​ວິດ​ຂ້າ​ນ້ອຍ

ນີ້ຫມາຍເຖິງຜູ້ຂຽນ. ອາດແປໄດ້ອີກວ່າ: "ຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຂໍ​ໃຫ້​ພັຍ​ພິ​ບັດ​ຕາມ​ທັນ​ພວກ​ເຂົາ​ຢ່າງ​ບໍ່​ທັນ​ຕັ້ງ​ຕົວ

ໄພພິບັດຖືກເວົ້າເຫມືອນກັບວ່າມັນເປັນອັນຕະລາຍກັບສັດທີ່ຈະໂຈມຕີພວກມັນຢ່າງໄວວາ. ອາດແປໄດ້ອີກວ່າ: "ຂໍ​ໃຫ້ພວກເຂົາຖືກທຳລາຍ​ຢ່າງ​ບໍ່​ທັນ​ຕັ້ງ​ຕົວ" ຫລື "ຂໍ​ໃຫ້​ພວກເຂົາແປກໃຈຍ້ອນວ່າພຣະອົງໄດ້ທຳລາຍພວກເຂົາ​ຢ່າງ​ບໍ່​ທັນ​ຕັ້ງ​ຕົວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-abstractnouns]])

ຂໍ​ໃຫ້​ພວກ​ເຂົາ​ຕິດ​ແຮ້ວ​ທີ່​ວາງ​ໄວ້​ເອງ

ການປຽບທຽບຄົນຊົ່ວຮ້າຍຖືກເວົ້າເຫມືອນກັບວ່າພວກເຂົາເປັນໄດ້ຂຸດຂຸມທີ່ພວກເຂົາຫ້າງແຮ້ວເພື່ອດັກຈັກຜູ້ຂຽນ. ອາດແປໄດ້ອີກວ່າ: "ຂໍ​ໃຫ້ຕາຂ່າຍທີ່​ພວກ​ເຂົາ​ຮ້າງ​ແຮ້ວເພື່ອດັກຈັບຂ້ານ້ອຍເຫມືອນກັບເປັນສັດແລະທຳລາຍຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ໃຫ້​ພວກ​ເຂົາ​ຕົກ​ລົງ​ໄປ

ນີ້ຫມາຍເຖິງການປຽບທຽບທີ່ຄືກັນກັບໃນຂໍ້ 7. ຕາຂ່າຍເປັນຕົວແທນຂອງການຈັບຜູ້ຂຽນ. ອາດແປໄດ້ອີກວ່າ: "ໃຫ້ພວກເຂົາຕົກລົງໃນນໍ້າທີ່ພວກເຂົາຂຸດດັກຈັບຂ້ານ້ອຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-explicit]])

ຕົກ​ລົງ​ໄປ​ໃນ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ຕົກລົງໃນນໍ້າສ້າງຂອງຂໍ້ 7 ຫລື 2) ລົ້ມລົງໃນໄພພິບັດ

​ພັຍ​ພິ​ບັດ​ຂອງ​ພວກ​ເຂົາ​ເອງ

ຄຳນາມທີ່ເປັນນາມມະທຳ "ພັຍພິບັດ" ສາມາດຖືກລະບຸໃນຮູບແບບອຶ່ນອີກໄດ້. ອາດແປໄດ້ອີກວ່າ: "ດັ່ງທີ່ພວກເຂົາຈະຖືກທຳລາຍ" ຫລື "ທີ່ເປັນວິທີທີ່ຣະອົງຄວນທຳລາຍພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)