lo_tn/psa/034/015.md

2.7 KiB

ສາຍ​ຕາ​ຂອງ​ພ​ຣະ​​ຢາ​ເວ​ຊົງ​ຢູ່​ເຫນືອ​ຄົນ​ຊອບ​ທັມ

ທີ່ນີ້ "ສາຍ​ຕາ​ຂອງ​ພ​ຣະ​​ຢາ​ເວ" ຫມາຍເຖີງການເບິ່ງຂອງພຣະອົງຢ່າງລະມັດລະວັງ. "​ຄົນ​ຊອບ​ທັມ" ເປັນທີ່ອ້າງອິງເຖີງຄົນຊອບທັມ. ອາດແປໄດ້ອີກວ່າ: "ພ​ຣະ​​ຢາ​ເວຊົງ​ເບິ່ງຢູ່​ເຫນືອ​ຄົນ​ຊອບ​ທັມຢ່າງລະມັດລະວັງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]]) (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-nominaladj]])

ຫູ​ຂອງ​ພ​ຣະ​ອົງ​ຊົງ​ຟັງ​ສຽງ​ຮ້ອງ​ຂໍ​ຂອງ​ພວກ​ເຂົາ

ທີນີ້ "ຫູ​ຂອງ​ພ​ຣະ​ອົງ" ຫມາຍເຖີງຄວາມປາຖະຫນາຂອງພພຣະຢາເວທີ່ຈະຕອບພວກເຂົາ. ອາດແປໄດ້ອີກວ່າ: "ພຣະອົງໃສ່ໃຈເຖີງຄຳຮ້ອງຂອງພວກເຂົາ" ຫລື "ພຣະອົງຊົງຕອບຄຳຮ້ອງຂໍຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເພື່ອ​ຈະ​ຕັດ​ຄວາມ​ຊົງ​ຈຳ​ຂອງ​ພວກ​ເຂົາ​ໄປ​ຈາກ​ແຜ່ນ​ດິນ​ໂລກ

ພຣະຢາເວຈະເຮັດໃຫ້ປະຊາຊົນລືມພວກເຂົາຢ່າງຫມົດສິ້ນເມື່ອພວກເຂົາຕາຍເຫມືອນກັບວ່າໃຊ້ມິດຕັດຄວາມຊົງຈຳຂອງພວກເຂົາ. ອາດແປໄດ້ອີກວ່າ: "ດັ່ງນັ້ນເມື່ອພວກເຂົາຕາຍ, ປະຊາຊົນຈະລືມພວກເຂົາຢ່າງຫມົດສິ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພ​ຣະ​ຢາ​ເວ​ຊົງ​ຟັງ

ທີ່ນີ້ "ຊົງ​ຟັງ" ຫມາຍເຖີງຄວາມປາຖະຫນາທີ່ຕອບພວກເຂົາ. ອາດແປໄດ້ອີກວ່າ: "ພຣະຢາເວໃສ່ໃຈພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)