lo_tn/psa/034/012.md

3.3 KiB

ມີ​ມະ​ນຸດ​ຄົນ​ໃດ​ແດ່​ທີ່​ປຣາ​ຖນາ​ຊິ​ວິດ​ແລະ​ຮັກ​ທີ່​ຈະ​ມີ​ອາ​ຍຸ​ຍືນ​ຍາວ, ​ເພື່ອ​ເຂົາ​ຈະ​ໄດ້​ເຫັນ​ສິ່ງ​ດີ?

ຄວາມຫມາຍຂອງຄຳຕອບຂອງຄຳຖາມນີ້ "ມະນຸດທຸກຄົນ." ຄຳຖາມທີ່ຫວັງຄຳຕອບນີ້ສາມາດຖືກແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ມະນຸດທຸກຄົນຕ້ອງການຊີວິດແລະຕ້ອງການມີຊີວິດທີ່ຢືນຍາວແລະມີຊີວິດທີ່ດີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

​ຈົ່ງ​ຮັກ​ສາ​ລີ້ນ​ຂອງ​ເຈົ້າ​ຈາກ​ຄວາມ​ຊົ່ວ ... ​ຮັກ​ສາ​ຮີມ​ສົບ​ປາກ​ຂອງ​ເຈົ້າ​ຈາກ​ການ​ເວົ້າ​ຕົວະ

ສອງສຳນວນເຫລົ່ານີ້ຫມາຍເຖີງສິ່ງດຽວກັນ ແລະມັນຖືກເວົ້າໃນທາງທີ່ແຕກຕ່າງເພື່ອເນັ້ນວ່າມັນບໍ່ສຳຄັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຈົ່ງ​ຮັກ​ສາ​ລີ້ນ​ຂອງ​ເຈົ້າ​ຈາກ​ຄວາມ​ຊົ່ວ

ທີ່ນີ້ "ລີ້ນ​" ຫມາຍເຖີງຄົນທັງຄົນ. ອາດແປໄດ້ອີກວ່າ: "ເຫດສະນັ້ນ, ບໍ່ໄດ້ເວົ້າສິ່ງຊົ່ວຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຮັກ​ສາ​ຮີມ​ສົບ​ປາກ​ຂອງ​ເຈົ້າ​ຈາກ​ການ​ເວົ້າ​ຕົວະ

ທີ່ນີ້ "ຮິມສົບ" ຫມາຍເຖີງການເວົ້າຂອງຄົນ. ອາດແປໄດ້ອີກວ່າ: "ບໍ່ໄດ້ເວົ້າຕົວະ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຈົ່ງ​ຫັນ​ຫນີ​ຈາກ​ຄວາມ​ຊົ່ວ

ທີ່ນີ້ "ຫັນຫນີ" ເປັນການປຽບທຽບສຳລັບການປະຕິເສດຄວາມຊົ່ວຮ້າຍ. ອາດແປໄດ້ອີກວ່າ: "ປະຕິເສດທີ່ຈະເຮັດຊົ່ວຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈົ່ງ​ສະ​ແຫວງ​ຫາ​ສັນ​ຕິ​ພາບ

ທີ່ນີ້ "ສະແຫວງຫາ" ຫມາຍເຖີງການສົນໃຈກ່ຽວກັບສັນຕິພາບ. ອາດແປໄດ້ອີກວ່າ: "ພະຍາຍາຢ່າງຫນັກທີ່ຈະໃຊ້ຊີວິດຢ່າງມີສັນຕິສຸກກັບຄົນອຶ່ນໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)