lo_tn/psa/034/004.md

3.3 KiB
Raw Permalink Blame History

​ຂ້າ​ນ້ອຍ​ໄດ້​ສະ​ແຫວງ​ຫາ​ພ​ຣະ​ຢາ​ເວ

ທີ່ນີ "​ສະ​ແຫວງ​ຫາ​ພ​ຣະ​ຢາ​ເວ" ຫມາຍເຖີງດາວິດຂໍໃຫ້ພຣະຢາເວຊ່ວຍເຫລືອລາວ. ອາດແປໄດ້ອີກວ່າ: "ຂ້ານ້ອຍອະທິຖານຕໍ່ພຣະຢາເວ" ຫລື "ຂ້ານ້ອຍຂໍໃຫ້ພຣະຢາເວຊ່ວຍກູ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບັນ​ດາ​ຜູ້​ທີ່​ຫລຽວເບິ່ງ​ພ​ຣະ​ອົງ​

ທີ່ນີ້ "ທີ່​ຫລຽວເບິ່ງ" ເປັນຕົວແທນເຖີງການສະແຫວງຫາການຊ່ວຍກູ້ຈາກພຣະອົງ. ອາດແປໄດ້ອີກວ່າ: "ຄົນເຫລົ່ານັ້ນທີ່ເບິ່ງໄປທີພຣະອົງສຳລັບການຊ່ວຍກູ້" ຫລື "ຄົນເຫລົ່ານັ້ນຜູ້ທີ່ຄາດຫວັງໃຫ້ການຊ່ວຍກູ້ມາຈາກພຣະອົງພຽງຜູ້ດຽວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ຈະ​ເບີກ​ບານ

ສຳນວນນີ້ຫມາຍເຖີງການສະແດງອອກຂອງພວກເຂົາ ເມື່ອຊື່ນຊົມຍິນດີ. ອາດແປໄດ້ອີກວ່າ: "ຈະຊື່ນຊົມຍິນດີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໃບ​ຫນ້າ​ຂອງ​ພວກ​ເຂົາ​ຈະ​ບໍ່​ອັບ​ອາຍ

ທີ່ນີ້ "ໃບ​ຫນ້າ​ຂອງ​ພວກ​ເຂົາ​" ຫມາຍເຖີງປະຊາຊົນຜູ້ທີ່ເບິ່ງໄປທີ່ພຣະຢາເວ. ປະໂຫຍກກົງນີ້ສາມາດຖືກລະບຸໃນຮູບແບບແງ່ບວກໄດ້. ອາດແປໄດ້ອີກວ່າ: "ພວກເຂົາບໍ່ໄດ້ອັບອາຍ" ຫລື "ພວກເຂົາພູມໃຈ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-litotes]])

ຜູ້​ທີ່​ຖືກ​ກົດ​ຂີ່​ຄົນ​ນີ້​

ດາວິດບັນຍາຍເຖີງຕົວລາວເອງ ເຫມືອນວ່າເປັນຄົນຖືກກົດຂີ່. ອາດແປໄດ້ອີກວ່າ: "ຂ້ານ້ອຍຖືກກົດຂີ່ແລະ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ພ​ຣະ​ຢາ​ເວ​ໄດ້​ຊົງ​ຕອບ​ເຂົາ

ທີ່ນີ້ "ໄດ້​ຊົງ​ຕອບ​" ຫມາຍເຖີງພຣະຢາເວໄດ້ຊ່ວຍລາວ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ຍິນລາວ" ຫລື "ພຣະຢາເວໄດ້ຊ່ວຍລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)