lo_tn/psa/033/004.md

3.4 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ແຕ່ລະຂໍ້ມີສອງສຳນວນທີ່ມັນຄ້າຍຄືກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຖ້ອຍຄຳຂອງ​ພ​ຣະ​ຢາ​ເວ​ນັ້ນ​ທ່ຽງ​ຕົງ,

ທີ່ນີ້ "ທ່ຽງຕົງ" ຖືກໃຊ້ເປັນການປຽບທຽບສຳລັບບາງສິ່ງບາງຢ່າງທີ່ເປັນຄວາມຈິງ. ອາດແປໄດ້ອີກວ່າ: "ພຣະຢາເວເຮັດໃນສິ່ງທີ່ພຣະອົງເວົ້າວ່າ ພຣະອົງຈະເຮັດສະເຫມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພ​ຣະ​ອົງ​ຊົງ​ຮັກ​ຄວາມ​ຊອບ​ທັມ​ແລະ​ຄວາມ​ສັດຊື່

ເຫລົ່ານີ້ເປັນຄຳນາມທີ່ສາມາດສະແດງໃຫ້ເປັນການກະທຳໄດ້. ອາດແປໄດ້ອີກວ່າ: "ພຣະອົງຮັກທີ່ຈະເຮັດໃນສິ່ງທີ່ຖືກຕ້ອງແລະຍຸດຕິທຳ" ຫລື "ພຣະອົງຮັກຄົນເຫລົ່ານັ້ນທີ່ເຮັດໃນສິ່ງທີ່ຖືກຕ້ອງແລະຍຸດຕິທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ແຜ່ນ​ດິນ​ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ພັນທະສັນ​ຍາ​ຂອງ​ພ​ຣະ​ຢາ​ເວ

ທີ່ນີ້ "ແຜ່ນ​ດິນ​ໂລກ​ເຕັມ​ໄປ​ດ້ວຍ" ນີ້ເປັນສຳນວນທີ່ຫມາຍເຖີງຄວາມສັດຊື່ແຫ່ງພັນທະສັນຍາຂອງພຣະອົງສາມາດເຫັນໄດ້ທົ່ວທັງໂລກ. ອາດແປໄດ້ອີກວ່າ: "ຄວາມສັດຊື່ແຫ່ງພັນທະສັນຍາຂອງພຣະຢາເວສາມາດສຳພັດໄດ້ທົ່ວທັງຫມົດແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ດ້ວຍ​ຖ້ອຍຄຳຂ​ອງ​ພ​ຣະ​ຢາ​ເວ ບັນ​ດາ​ທ້ອງ​ຟ້າ​ກໍ​ໄດ້​ຖືກ​ສ້າງ​ຂຶ້ນ

ປະໂຫຍກກົງນີ້ສາມາດຖືກລະບຸໃຫ້ເປັນປະໂຫຍກກົງໄດ້. ອາດແປໄດ້ອີກວ່າ: "ດ້ວຍການໃຊ້ຖ້ອຍຄຳຂອງພຣະອົງ, ພຣະຢາເວໄດ້ຊົງສ້າງຟ້າສະຫວັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

​ໂດຍ​ລົມ​ຈາກພຣະໂອດ​ຂອງ​ພ​ຣະ​ອົງ

ຫມາຍເຖິງຖ້ອຍຄຳຂອງພຣະຢາເວ. ອາດແປໄດ້ອີກວ່າ: "ໂດຍຖ້ອຍຄຳຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)