lo_tn/psa/032/007.md

3.6 KiB
Raw Permalink Blame History

ພ​ຣະ​ອົງ​ຊົງ​ເປັນ​ທີ່​ກຳ​ບັງ​ຂອງ​ຂ້າ​ນ້ອຍ

ພຣະຢາເວຖືກເວົ້າເຫມືອນກັບວ່າ ພຣະອົງເປັນບ່ອນປອດໄພຈາກການໂຈມຕີຂອງພວກສັດຕຣູຂອງຜູ້ຂຽນ. ອາດແປໄດ້ອີກວ່າ: "ພຣະອົງເປັນເຫມືອນບ່ອນທີ່ພ

​ພຣະ​ອົງ​ຈະ​ຊົງ​ລາຍລ້ອມ​ຂ້າ​ນ້ອຍ​ດ້ວຍບົດເພງ​ແຫ່ງ​ຊັຍ​ຊະ​ນະ

ການປຽບທຽບນີ້ຖືກປາກົດທີ່ຫມາຍເຖີງ ການປົກປ້ອງຂອງພຣະຢາເວຂອງຜູ້ຂຽນ ເປັນເຫດສຳລັບການຮ້ອງບົດເພງແຫ່ງໄຊຊະນະນີ້. ອາດແປໄດ້ອີກວ່າ: "ຍ້ອນພຣະອົງ ຂ້ານ້ອຍຈະຮ້ອງບົດເພງແຫ່ງໄຊຊະນະ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເສລາ

ນີ້ອາດຈະແມ່ນຄຳສັບດົນຕີທີ່ບອກໃຫ້ຄົນເຮົາຮ້ອງເພງ ຫລື ຫລິ້ນເຄື່ອງມືຂອງເຂົາເຈົ້າຢູ່ບ່ອນນີ້. ການແປບາງພາສາຂຽນພາສາເຮັບເຣີ, ແລະ ບາງຄຳແປບໍ່ໄດ້ລວມເອົາມັນ. ເບິ່ງວິທີການແປນີ້ເພີ່ມໃນ 3:1. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-transliterate).

ເຮົາ​ຈະ​ແນະ​ນຳ​ເຈົ້າ​ແລະ​ສອນ​ເຈົ້າ​ໃນທາງທີ່ເຈົ້າຄວນຈະໄປ

ຄຳວ່າ "ແນະນຳ" ແລະ "ສອນ" ພື້ນຖານແລ້ວມີຄວາມຫມາຍຄືກັນແລະນັ້ນໃຫ້ຮູ້ເຖີງການລະວັງໃນການແນະນຳ. ອາດແປໄດ້ອີກວ່າ: ເຮົາຈະສອນເຈົ້າທຸກໆສິ່ງກ່ຽວກັບທາງນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ເຮົາ​ຈະ​ແນະ​ນຳ

ທີ່ນີ້ "ເຮົາ" ເປັນຕົວແທນເຖິງພຣະຢາເວທີ່ເວົ້າກ່າວຄຳແນະນຳແກ່ດາວິດ.

ໃນທາງທີ່ເຈົ້າຄວນຈະໄປ

ດຳເນີນຊີວິດໃນທາງແຫ່ງຄວາມຖືກຕ້ອງ ຖືກເວົ້າເຫມືອນກັບວ່າ ທາງຂທີ່ຜູ້ຂຽນຄວາມຍ່າງໄປ. ອາດແປໄດ້ອີກວ່າ: "ວິທີທີ່ເຈົ້າຄວນດຳເນີນຊີວິດຂອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈັບ​ຕາ​ເບິ່ງ​ເຈົ້າ​ຢູ່

ທີ່ນີ້ "ຕາຂອງເຮົາ" ຫມາຍເຖິງການໃສ່ໃຈຂອງພຣະຢາເວ. ອາດແປໄດ້ອີກວ່າ: "ແລະຫັນຄວາມສົນໃຈຂອງເຮົາໄປຫາເຈົ້າ" ຫລື "ເຝົ້າເບິ່ງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)