lo_tn/psa/031/019.md

3.9 KiB

ຄວາມ​ດີ​ຂອງ​ພ​ຣະ​ອົງ​ນັ້ນ​

ນີ້ສາມາດຖືກສະແດງໃຫ້ເປັນຄຳກິລິຍາ. ອາດແປໄດ້ອີກວ່າ: "ສິ່ງດີຕ່າງໆທີ່ພຣະອົງເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ພ​ຣະ​ອົງ​ໄດ້​ຊົງ​ສະ​ສົມ​

ຄວາມດີຂອງພຣະຢາເວຖືກເວົ້າເຫມືອນກັບວ່າມັນເປັນບາງສິ່ງບາງຢ່າງທີ່ສາມາດເກັບສະສົມໄດ້ເຫມືອນກັບການເກັບກ່ຽວ. ອາດແປໄດ້ອີກວ່າ: "ທີ່ພຣະອົງໄດ້ເກັບຮັກສາໄວ້ກໍພ້ອມທີ່ຈະໃຊ້ແບ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບັນ​ດາ​ຜູ້​ທີ່​ຢຳ​ເກງ​ພ​ຣະ​ອົງ​ໄວ້

"ຄົນເຫລົ່ານີ້ທີເຄົາລົບນັບຖືພຣະອົງຢ່າງໃຫຍ່ຫລວງ"

ລີ້​ພັຍ​ໃນ​ພ​ຣະ​ອົງ​

ໄປຫາພຣະຢາເວສຳລັບການປົກປ້ອງຖືກເວົ້າເຫມືອນກັບວ່າເຂົ້າລີ້ໄພໃນພຣະອົງ. ເບິ່ງການແປນີ້ເພີ່ມເຕີມໃນ 31:1. ອາດແປໄດ້ອີກວ່າ: "ຄົນເຫລົ່ານັ້ນທີ່ໄປຫາພຣະອົງເພື່ອໃຫ້ປົກປ້ອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ຊົງ​ເຊື່ອງ​ພວກ​ເຂົາ​ໄວ້​ໃນ​ທີ່​ກຳ​ບັງ​ຕໍ່​ຫນ້າ​ພ​ຣະ​ອົງ ... ພ​ຣະ​ອົງ​ໄດ້​ຊົງ​ເຊື່ອງ​ພວກ​ເຂົາ​ໄວ້​ໃນ​ທີ່​ກຳ​ບັງ

ສອງສຳນວນເຫລົ່ານີ້ຫມາຍເຖີງວ່າພຣະເຈົ້າປົກປ້ອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

​ໃນ​ທີ່​ກຳ​ບັງ

ການຊົງສະຖິດຂອງພຣະຢາເວ ຖືກເວົ້າເຫມືອນກັບວ່າມັນເປັນຕືກທີ່ເຂັ້ມແຂງບ່ອນທີ່ຜູ້ຂຽນຈະປອດໄພ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພ​ຣະ​ອົງ​ໄດ້​ຊົງ​ເຊື່ອງ​ພວກ​ເຂົາ​ໄວ້​ໃນ​ທີ່​ກຳ​ບັງ​

ທີ່ນີ້ "ທີ່ກຳບັງ" ເປັນຕົວແທນເຖິງສະຖານທີ່ປອດໄພ. ອາດແປໄດ້ອີກວ່າ: "ພຣະອົງຈັດຕຽມບ່ອນປອດໄພສຳລັບພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈາກ​ລິ້ນ​ທີ່​ຜິດ​ຖຽງ​ກັນ

ທີ່ນີ້ "ລິ້ນ" ຫມາຍເຖິງປະຊາຊົນຜູ້ທີເວົ້າເຖິງສິ່ງຕ່າງໆທີ່ອັນຕະລາຍຕໍ່ສູ້ຜູ້ຂຽນ. ອາດແປໄດ້ອີກວ່າ: "ບ່ອນທີ່ພວກສັດຕຣູຂອງພວກເຂົາສາມາດເວົ້າສິ່ງຊົ່ວຮ້າຍຕໍ່ສູ້ພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)