lo_tn/psa/031/003.md

3.6 KiB

​ເປັນ​ພຣະສີລາຂອງ​ຂ້າ​ນ້ອຍ

ພຣະຢາເວຖືກເຫມືອນກັບວ່າພຣະອົງເປັນພຣະສີລາໃຫຍ່ທີ່ຈະປົກປ້ອງຜູ້ຂຽນຈາກການໂຈມຕີ. ອາດແປໄດ້ອີກວ່າ: "ເຫມືອນພຣະສີລາໃຫຍ່ຄືທີ່ນັ້ນຂ້ານ້ອຍໄດ້ຮັບຄວາມປອດໄພ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ປ້ອມ​ປ້ອງ​ກັນຂອງ​ຂ້າ​ນ້ອຍ

ພຣະຢາເວຖືກເວົ້າເຫມືອນກັບວ່າພຣະອົງເປັນທີ່ກຳບັງເຂັ້ມແຂງທີ່ຜູ້ຂຽນຈະໄດ້ຮັບການປົກປ້ອງຈາກພວກສັດຕຣູຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພື່ອ​ເຫັນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ

ໃນສຳນວນທີ່ວ່າ "ພຣະນາມ" ເປັນຕົວແທນເຖິງພຣະຢາເວ. ອາດແປໄດ້ອີກວ່າ: "ເພື່ອວ່າພຣະນາມຂອງພຣະອົງຈະໄດ້ຮັບກຽດ" ຫລື "ເພື່ອວ່າຂ້ານ້ອຍຈະນະມັດສະການພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຂໍ​ຊົງ​ນຳ ​ແລະ ​ພາ​ຂ້າ​ນ້ອຍ​ໄປ

ຄຳວ່າ "ນຳ" ແລະ "ພາ" ພື້ນຖານແລ້ວຫມາຍເຖິງສິ່ງດຽວກັນ ແລະ ເສີມຄຳຂໍທີ່ພຣະຢາເວຈະຊົງນຳລາວ. ອາດແປໄດ້ອີກວ່າ: "ຊົງນຳຂ້ານ້ອຍທຸກໆບ່ອນທີ່ພຣະອົງຕ້ອງການໃຫ້ຂ້ານ້ອຍໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຂໍ​ຊົງ​ປົດ​ຂ້າ​ນ້ອຍ​ອອກ​ຈາກ​ຕາ​ຂ່າຍ​ທີ່​ພວກ​ເຂົາ​ໄດ້​ວາງ​ເຊື່ອງ​ໄວ້​ດັກ​ຂ້າ​ນ້ອຍ

ຜູ້ຂຽນຖືກເວົ້າເຫມືອນກັບວ່າ ພຣະອົງໄດ້ຈັບນົກດ້ວຍຕາຂ່າຍທີ່ເຊື່ອງໄວ້, ແລະລໍຖ້າພຣະຢາເວໃຫ້ມາປົດປ້ອງລາວອອກຈາກກັບດັກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພາະ​ພ​ຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ

ພຣະຢາເວຖືກເວົ້າເຫມືອນກັບວ່າພຣະອົງເປັນສະຖານທີ່ບ່ອນທີ່ຜູ້ຂຽນສາມາດລີ້ໄພຈາກປະຊາຊົນຜູ້ທີ່ກຳລັງໂຈມຕີລາວຢູ່. ອາດແປໄດ້ອີກວ່າ: "ພຣະອົງຈະປົກປ້ອງຂ້ານ້ອຍຕະຫລອດເວລາ" ຫລື "ພຣະອົງໄດ້ມອບການປົກປ້ອງໃຫ້ຂ້ານ້ອຍຕະຫລອດໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)