lo_tn/psa/031/001.md

3.8 KiB

ຂໍ້ມູນທົ່ວໄປ:

ການປຽບທຽບຄົນທົ່ວໄປໃນກາບກອນເຮັບເຣີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])

ເຖິງ​ຄະ​ນະ​ນັກ​ຮ້ອງ

"ນີ້ແມ່ນສຳລັບຜູ້ກຳກັບເພງທີ່ໃຊ້ໃນການນະມັດສະການ"

ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ດາວິດຂຽນເພງສັນຣະເສີນ ຫລື 2) ເພງສັນຣະເສີນກ່ຽວກັບດາວິດ ຫລື 3) ເພງສັນຣະເສີນໃນຮູບແບບຂອງເພງສັນຣະເສີນຂອງດາວິດ.

ໃນ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ອົງ

ໄປຫາພຣະຢາເວສຳລັບການປົກປ້ອງຖືກເວົ້າເຫມືອນກັບວ່າເຂົ້າລີ້ໄພໃນພຣະອົງ. ອາດແປໄດ້ອີກວ່າ: "ຂ້ານ້ອຍໄປຫາພຣະອົງ, ພຣະຢາເວ, ເພື່ອໃຫ້ປົກປ້ອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂໍ​ຢ່າ​ຊົງ​ປ່ອຍ​ໃຫ້​ຂ້າ​ນ້ອຍ​ອັບ​ອາຍ

ປະໂຫຍກກົງນີ້ສາມາດຖືກລະບຸໃຫ້ເປັນປະໂຫຍກກົງໄດ້. ອາດແປໄດ້ອີກວ່າ: "ຢ່າໃຫ້ຄົນອຶ່ນເຮັດໃຫ້ຂ້ານ້ອຍອັບອາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຂໍ​ຊົງ​ເປັນ​ພຣະສີລາ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ, ຊົງ​ເປັນ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ທີ່​ຈະ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ

ສຳນວນ "ເປັນພຣະສີລາທີ່ລີ້ໄພ" ຄືການຂໍສຳລັບການປົກປ້ອງ. ສຳນວນທີ່ສອງເນັ້ນຫນັກສຳນວນທຳອິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຂໍ​ຊົງ​ເປັນ​ພຣະສີລາ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ

ພຣະຢາເວຖືກເຫມືອນກັບວ່າພຣະອົງເປັນພຣະສີລາໃຫຍ່ ທີ່ຈະປົກປ້ອງຜູ້ຂຽນຈາກການໂຈມຕີ. ອາດແປໄດ້ອີກວ່າ: "ເຫມືອນພຣະສີລາໃຫຍ່ຄືທີ່ນັ້ນຂ້ານ້ອຍໄດ້ຮັບຄວາມປອດໄພ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຊົງ​ເປັນ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ທີ່​ຈະ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ.

ພຣະຢາເວຖືກເວົ້າເຫມືອນກັບວ່າພຣະອົງເປັນທີ່ກຳບັງເຂັ້ມແຂງທີ່ຜູ້ຂຽນຈະໄດ້ຮັບການປົກປ້ອງຈາກພວກສັດຕຣູຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)