lo_tn/psa/027/011.md

3.2 KiB

ຂໍ​ຊົງ​ສອນ​ທາງ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ຂ້າ​ນ້ອຍ

ບຸກຄົນຄວນມີພຶດຕິກຳແນວໃດຖືກເວົ້າເຖິງວ່າມັນເປັນທາງ ຫລື ເສັ້ນທາງທີ່ຄົນນັ້ນຄວນຈະເດີນທາງ. ອາດແປໄດ້ອີກວ່າ: "ສອນຂ້ານ້ອຍວ່າເຈົ້າຢາກໃຫ້ຂ້ານ້ອຍມີຊີວິດຢູ່" ຫລື "ສອນຂ້ານ້ອຍໃຫ້ເຮັດໃນສິ່ງທີ່ເຈົ້າຢາກໃຫ້ຂ້ານ້ອຍເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂໍ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ເທິງ​ທາງ​ທີ່​ປອດ

ພຣະຢາເວຮັກສານັກຂຽນໃຫ້ປອດໄພຈາກສັດຕູຂອງລາວຖືກກ່າວເຖິງຄືກັບວ່າພຣະຢາເວນຳນັກຂຽນໄປໃນເສັ້ນທາງທີ່ລາວຈະບໍ່ສະດຸດ ແລະລົ້ມ. ອາດແປໄດ້ອີກວ່າ: "ຮັກສາຂ້ານ້ອຍໃຫ້ປອດໄພ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂໍ​​ຢ່າ​ຊົງມອບ​ຂ້າ​ນ້ອຍ​ໃຫ້​ເປັນ​ໄປ​ຕາມ​ໃຈ​ຊອບ​ຂອງ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ

ຄຳນາມທີ່ເປັນນາມມະທຳ "ຄວາມປາຖະຫນາ" ສາມາດຖືກກ່າວເຖິງເປັນຄຳກິລິຍາ. ອາດແປໄດ້ອີກວ່າ: "ຢ່າປ່ອຍໃຫ້ສັດຕູຂອງຂ້ານ້ອຍເຮັດກັບຂ້ານ້ອຍໃນສິ່ງທີ່ພວກເຂົາປາຖະຫນາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ

"ລຸກຂຶ້ນ" ແມ່ນສຳນວນທີ່ມີຄວາມຫມາຍວ່າເປັນພະຍານຢືນຢູ່ໃນສານເພື່ອນຳກ່າວພະຍານ ອາດແປໄດ້ອີກວ່າ: "ໄດ້ຢືນຂື້ນເພື່ອເວົ້າຕໍ່ຕ້ານຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).

ພວກ​ເຂົາ​ຫາຍ​ໃຈ​ເອົາ​ຄວາມ​ໂຫດ​ຮ້າຍ​ອອກ​ມາ

ຄວາມຮຸນແຮງແມ່ນເວົ້າເຖິງວ່າມັນແມ່ນສິ່ງທີ່ຄົນເຮົາສາມາດຫາຍໃຈອອກ. ອາດແປໄດ້ອີກວ່າ: "ພວກເຂົາເວົ້າວ່າພວກເຂົາຈະເຮັດສິ່ງທີ່ຮຸນແຮງຕໍ່ຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)