lo_tn/psa/027/002.md

3.1 KiB

ເພື່ອ​ກັດ​ກິນ​ເນື້ອ​ຂ້າ​ນ້ອຍ

ການທຳລາຍຜູ້ໃດຜູ້ຫນຶ່ງຢ່າງສົມບູນຖືກເວົ້າເຖິງຄືວ່າມັນກຳລັງທຳລາຍເນື້ອຫນັງຂອງຄົນ. ລາວບໍ່ໄດ້ຫມາຍຄວາມວ່າພວກເຂົາຢາກກິນຮ່າງກາຍຂອງລາວ. ອາດແປໄດ້ອີກວ່າ: "ເພື່ອທຳລາຍຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພ​ວກ​ສັດ​ຕຣູຂອງ​ຂ້າ​ນ້ອຍ​ກໍ​ໄດ້​ສະ​ດຸດ​ແລະ​ລົ້ມ​ລົງ

ຄຳສັບເຫລົ່ານີ້ຫມາຍເຖິງສິ່ງດຽວກັນ. ພວກນີ້ແມ່ນພວກຄົນຊົ່ວທີ່ເຂົ້າມາໃກ້ລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

​ສະ​ດຸດ​ແລະ​ລົ້ມ​ລົງ

ນີ້ສະແດງເຖິງສັດຕູຂອງນັກຂຽນທີ່ບໍ່ປະຕິບັດແຜນການທີ່ຈະທຳຮ້າຍນັກຂຽນ. ອາດແປໄດ້ອີກວ່າ: "ບໍ່ປະສົບຜົນສຳເລັດ" ຫລື "ລົ້ມເຫລວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ແມ່ນກອງ​ທັບ​ຕັ້ງ​ຄ້າຍ​ຕໍ່​ສູ້​ຂ້າ​ນ້ອຍ

"ເຖິງແມ່ນວ່າກອງທັບທີ່ຢູ່ອ້ອມຮອບຂ້ານ້ອຍ" ຫລື "ເຖິງແມ່ນວ່າກອງທັບໄດ້ວາງຜ້າເຕັ້ນຂອງຂ້ານ້ອຍໄວ້ຢູ່ອ້ອມຂ້ານ້ອຍ"

ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ບໍ່​ຢ້ານ

ທີ່ນີ້ "ຫົວໃຈ" ເປັນຕົວແທນຂອງຄົນທັງຫມົດ. ອາດແປໄດ້ອີກວ່າ: "ຂ້ານ້ອຍຈະບໍ່ຢ້ານກົວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ແມ່ນ​ສົງ​ຄາມ​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ

ສັດຕູຂອງນັກຂຽນຖືກເວົ້າເຖິງຄືວ່າພວກເຂົາເອງກໍ່ເປັນສົງຄາມ. ອາດແປໄດ້ອີກວ່າ: "ເຖິງແມ່ນວ່າສັດຕູຂອງຂ້ານ້ອຍມາຕໍ່ສູ້ກັບຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ຂ້າ​ນ້ອຍ​ຈະ​ຍັງ​ມີ​ຄວາມ​ຫມັ້ນ​ໃຈ

"ຂ້ານ້ອຍຈະໄວ້ວາງໃຈພຣະເຈົ້າຕໍ່ໆໄປທີ່ຈະຊ່ວຍຂ້ານ້ອຍ"